ໝີ​ແພນ​ດາ​ທີ່​​ເກີດ​ຈາກ​ການ​ປະສົມ​ພັນ​ທຽມ​ຢູ່​​ຈີນ​ມີເຖິງ 464 ​ໂຕ
2017-01-12 16:44:22  cri 
​ເຈົ້າ​ໜ້າ​ທີ່​ກົມ​ປ່າ​ໄມ້ແຫ່​ງຊາດ​ຈີນ​ຊີ້​ໃຫ້​ເຫັນ​ວ່າ: ປີ 2016, ​ການ​ປະສົມ​ພັນ​ທຽມໝີ​ແພນ​ດາ​ ​ແລະ​ປ່ອຍ​ຄືນ​ສູ່ທຳ​ມະ​ຊາດມີ​ຄວາມ​ຄືບ​ໜ້າ​ໃໝ່ ​ໂດຍມີ​​ເຖິງ 64 ​ໂຕ, ​ແຕ່​ກໍ​ໜ້າ​ເສຍ​ດາຍ​ທີ່​ຍັງ​ເຫຼືອ​ພຽງ​ແຕ່ 54 ​ໂຕ​ເທົ່ານັ້ນ​ໃນ​ນີ້​ລວມທັງ​ທີ່ຢູ່​ຕ່າງປະ​ເທດ. ປັດຈຸບັນ, ​ໝີ​ແພນ​ດາ​ທີ່​ປະສົ​ມພັນ​ທຽມ​ໃນ​ທົ່ວ​ປະ​ເທດ​ຈີນ​ມີ​ເຖິງ 464 ​ໂຕ. ​ຂະນະ​ທີ່ສິບ​ກວ່າ​ປີ​​ຜ່ານ​ມາ, ໝີ​ແພນ​ດາ​ມີ​ພຽງ​ແຕ່ 7 ​ໂຕໄດ້​ປ່ອຍ​ຄືນ​ສູ່ທຳ​ມະ​ຊາດຫຼັງ​ຝຶກ​ແອບ​ພິ​ເສດ ​ແລະ​ຫຼັງຈາກ​ການ​ຕິດຕາມ​ກໍມີ 5 ​ໂຕ​ຍັງ​ມີ​ຊີວິດ ​ແລະ​ມີສຸຂະພາບ​ແຂງ​ແຮງ​ດີ.

​​ໃນເດືອນ​ຕຸ​ລາ​ປີ 2016, ຈີນ​ໄດ້​ທົດ​ລອງ​ປ່ອຍ​ໝີ​ແພນ​ດາ​ຄືນ​ສອງ​ໂຕເຂດ​ອະ​ນຸລັກ​ທຳ​ມະ​ຊາດ​ລະດັບ​ຊາດ​ຢູ່​ເມືອງ​ຢາ​ອັນ ​ແຂວງ​​​ເສສວນພ້ອມ​ກັນ​ເປັນ​ເທື່ອ​ທຳ​ອິດ ​ແລ​ະພາຍຫຼັງປ່ອຍ​ໝີ​ແພນ​ດາ​ປະສົມ​ພັນ​ທຽມ​ທີ່​ໄດ້​ຝຶກ​ແອ​ບ​ເປັນ​ພິ​ເສດຄືນ​ທຳ​ມະ​ຊາດບໍ່​ພຽງ​ແຕ່​​ຈະ​ເຮັດ​ໃຫ້ມີ​ຫຼາຍ​ສາຍ​ພັນ ​ແລະ​ຄວາມ​ຫຼາກ​ຫຼາຍທາງ​ພັນທຸ​ກຳ, ຍັງ​​​ອຳ​ນວຍ​ໃຫ້​ແກ່​ການອະນຸລັກ​ຮັກສາສັດ​ປ່າ​ທີ່​ໃກ້ຈະ​ສູນ​​ພັນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ