ດ່ານ​ພາສີ​ນະຄອນ​ໄຫ​ໂຂ່ວ​ແກ້ໄຂຄະດີ​ຄ້າ​ຫີນມີຄ່າ​ເຖື່ອນ​ມູນ​ຄ່າ 2 ຕື້​ຢວນ
2017-01-12 16:58:36  cri 
ຕາມ​ຂ່າວສານ​ຈີນ:ວັນ​ທີ 12 ມັງກອນ​ນີ້,ດ່ານ​ພາສີ​ນະຄອນ​ໄຫ​ໂຂ່ວ​ໄດ້​​ຖະ​ແຫຼງຂ່າວແກ້ໄຂ​ຄະດີ ຂອງ 4 ກຸ່ມ​ຄົນ​ບໍ່​ດີທີ່​ຄ້າ​ຫີນມີຄ່າມຄູນຄ່າ​ເກືອບ 2 ຕື້ຢວນ​ຫວ່າງ​ມໍ່ໆ​ນີ້ໂດຍຜູ້​ຕ້ອງ​ສົງ​ໄສ​ຕົ້ນຕໍ​ຂອງ​ຄະດີ​ດັ່ງກ່າວ​ທັງ 20 ຄົນຖືກ​ຈັບ​ໝົດ​ແລະ​ຍຶດ​ໄດ້​ຫີນ​ອຳ​ພັນ​ແລະ​ຫີນ​ຢົກ​​ເປັນ​ຕົ້ນລວມທັງ​ຜະລິດ​ຕະພັນ​ສຳ​ເລັດ​ຮູບ​ເກືອ​ບ 6 ​ໂຕນ.

​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງ​ດ່ານ​ນະຄອນ​ໄຫ​ໂຂ່ວກ່າວ​ວ່າ,ຄະດີ​ນີ້​ແມ່ນ​ຄະດີ​ຄ້າ​ຫີນ​ມີຄ່າ​ເຖື່ອນ​ທີ່​ມີ​ມູນ​ຄ່າ​ຫຼາຍທີ່​ສຸດທີ່​ຂະ​ແໜງ​ການ​ຕ້ານ​ການ​ຄ້າ​ເຖື່ອນ​​ຈີນ​ຍຶດ​ໄດ້​ໃນ​ຫຼາຍປີ​ຜ່ານມາ.ຂະນະທີ່ໃນ​ເວລາ 11 ​ໂມງຂອງ​ວັນ​ດັ່ງກ່າວ, ຜູ້​ຕ້ອງ​ສົງ​ໄສ​ຕົ້ນຕໍ​ຂອງ​ຄະດີ​ດັ່ງກ່າວ 20 ຄົນ​ຖືກ​ຈັບ​ໝົດ.ໜ່ວຍ​ງານ​ຕ່າງໆ​ສາມາດຍຶດ​ໄດ້​ຫີນ​ອຳ​ພັນ,ຫີນ​ຢົກ​ແລະ​ອື່ນໆ​ລວມທັງ​ຜະລິດ​ຕະພັນ​ສຳ​ເລັດ​ຮູບໄດ້​ເກືອບ 6 ​ໂຕນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ