ຈີນ​ຊີ້​ຄວາມ​ສົນ​ໃຈ​ສາມ​ປະການ​ຕໍ່​ປະ​ທານ​ປະ​ເທດ​ຈີນຈະ​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ດາ​ວົສ
2017-01-12 16:16:19  cri 
    ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​​ແຈ້ງ​ສະພາບ​ຂອງທ່ານ ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນທີ່​ໃກ້​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ປີ 2017 ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ດາ​ວົສຢູ່​ນະຄອນຫຼວງປັກ​ກິ່ງ​​ໃນ​ວັນ​ທີ 11 ມັງກອນ​ນີ້ ​​ວ່າ, ​ເສດຖະກິດ​ໂລກ​ປັດຈຸບັນ ພວມ​ຢູ່​ໃນ​ໄລຍະ​ເປັນ​ຂໍກະ​ແຈ​ຈາກ​ພະລັງ​ແຮງ​ເກົ່າ​ຫັນມາເປັນ​ພະລັງ​ແຮງ​ໃໝ່​ຂອງ​ການ​ເຕີບ​ໂຕ ​ເຊິ່ງ​ເປັນ​ເລື່ອງ​ຍາກ​ທີ່ພະລັງ​ແຮງ​ເກົ່າ​ຈະ​ສະໜັບສະໜູນ​ຂະ​ບວນການ​ຟື້ນ​ຟູ​​ເສດຖະກິດ, ຂະນະ​ທີ່​ການ​ຄ້າ​ແລະ​ການ​ລົງທຶນ​ສາກົນ​ຊຸດ​​ໂຊມ​ລົງ, ລັດທິປົກ​ປ້ອງປາກົດ​ຂຶ້ນ, ​ໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ​ຖືກ​ຜົນ​ກະທົບ ​ແລະ​ຂະ​ບວນການ​ເສດຖະກິດ​​ໃນ​ຍຸກໂລກາ​ພິວັດກໍ​ຜະ​ເຊີນ​ກັບ​ຄວາມ​ສົງ​ໄສ​ຈຳນວນ​ໜຶ່ງ. ແນວ​ໃດ​ກໍ​ດີ, ຈີນ​ຈະຕັ້ງໜ້າ​ຊຸກຍູ້​ຂະ​ບວນການ​ເສດຖະກິດ​​ໃນ​ຍຸກໂລກາ​ພິວັດ​​ໃຫ້ຂະຫຍາຍ​ໄປ​ສູ່​ທິດ​ກວມ​ລວມ​ແລະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ທຸກໆ​ຝ່າຍ​ຫຼາຍກວ່າ​ເກົ່າ.

    ທ່ານ ລູ້​ຄ່າງ ຊີ້​ວ່າ, ຈີນ​ຍັງ​ຈະ​ຮ່ວມ​ກັບ​ຝ່າຍ​ຕ່າງໆ ພ້ອມ​ກັນ​ຊອກ​ຫາ​ທິດ​ທາງ​ແລະ​ຊ່ອງ​ທາງ​ທີ່​ເຮັດ​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ​ຄືນ​ໃໝ່ ​ແລະ​ຕອບ​ຮັບ​ຄວາມ​ສົນ​ໃຈ​ຂອງ​ປະຊາ​ຄົມ​ໂລກ​ຕໍ່​ຈຸດ​ສຸມ​ຂອງ​ເສດຖະກິດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ