ໄລຍະບຸນກຸດ​ຈີນ2017ຮັບປະກັນ​ການຂົນ​ສົ່ງ​ຜູ້ໂດຍສານ​ໃຫ້​ໄດ້ 356 ລ້ານ​ເທື່ອ​ຄົນ
2017-01-13 11:22:40  cri 

ວັນ​ທີ 13 ມັງກອນ​ນີ້​​ເປັນ​ມື້​ເລີ່​ມຕົ້ນການ​ຂົນ​ສົ່ງ​ຜູ້ໂດຍສານ​ໄລຍະ​ບຸນ​ກຸດ​ຈີນ 2017 ​ໂດຍ​ຄາດ​ວ່າ ​ລົດ​ໄຟ​ທົ່ວ​ປະ​ເທດ​ຈີນ​ຈະ​ຂົນ​ສົ່ງ​ຜູ້ໂດຍສານ​ໄດ້​ເຖິງ 356 ລ້ານ​ເທື່ອ​ຄົນ ​ເຊິ່ງຈະ​ເພີ່ມ​ຂຶ້ນ9,7% ຄື 31 ລ້ານ 5 ​ແສນ 6 ໝື່ນ​ເທື່ອ​ຄົນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ.

ໃນ​ໄລຍະ​ຂົນ​ສົ່ງຜູ້​​ໂດຍສານ​ໃນ​ບຸນກຸດ​ຈີນ, ທົ່ວ​ປະ​ເທດ​ຈະ​ຈັດ​ສັນ​ຂະ​ບວນລົດ​ໄຟ​ໂດຍສານ 7141 ຂະ​ບວນຂະນະ​ທີ່ກ່ອນຈະ​ຮອດບຸນ​ກຸດ​ຈີນຈະ​ເພີ່ມ 1132 ຂະບວນ, ​ໃນ​ນີ້, ລົດ​ໄຟ​ຄວາມ​ໄວ​ສູງ 472 ຂະ​ບວນ​ແລະຫຼັງ​ກຸດ​ຈີນ​ຈະ​ເພີ່ມ 1396 ຂະ​ບວນ,​ໃນ​ນີ້ ລົດ​ໄຟ​ຄວາມ​​ໄວ​ສູງ 618 ຂະ​ບວນ. ຈາກ​ນີ້​ຈິ່ງ​ເຫັນ​ວ່າ ຍອດ​ປະລິມານ​ຂົນ​ສົ່ງ​ຜູ້ໂດຍສານ​ທາງ​ລົດ​ໄຟ​​ໄລຍະ​ບຸນ​ກຸດ​ຈີນ 2017 ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງ​ຫຼາຍ​ຄື​ກ່ອນ​ກຸດ​ຈີນ​ຈະ​ເພີ່ມ​ຂຶ້ນ 7,5% ຕໍ່​ມື້​ແລະ​ຫຼັງ​ກຸດ​ຈີນ​ຈະ​ເພີ່ມ​ຂຶ້ນ 7,1%ຕໍ່​ມື້.

​ແນວ​ໃດ​ກໍ​ດີ, ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ໂດຍສານ​ໄດ້​ດີ​ນັ້ນ, ຂະ​ແໜງ​ການ​ທາງ​ລົດ​ໄຟ​ຈີນ​ໄດ້​ນຳ​ໃຊ້​ຫຼາຍມາດ​ຕະການ​ໃໝ່​ເປັນ​ຕົ້ນ​ຈັດ​ສັນ​ພະນັກງານ,ສະໜອງອຸປະກອນ, ຈັດ​ຂະ​ບວນລົດ​ໄຟ​,ປັບປຸງການ​ບໍລິການ​ໃຫ້ມີ​ຄຸນ​ນະພາ​ບສູງ​ຂຶ້ນ​ແລະ​ອື່ນໆ​ເພື່ອ​ບໍລິການ​ຜູ້​ໂດຍສານ​ໃຫ້​ດີຂຶ້ນ​ກວ່າ​ເກົ່າ.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ