ປະທານ​ປະ​ເທດ​ຈີນ​ພົບ​ປະກັບ​ເລຂາທິການ​ໃຫຍ່​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ
2017-01-13 11:06:44  cri 
ວັນ​ທີ 12 ມັງກອນ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ໃນ​ນະຄອນຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະກັບ​ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ​ແລະ​ໃນ​ໂອກາດ​ດັ່ງກ່າວ,​ສອງ​ຝ່າຍ​ໄດ້​​ເປັນ​ເອກະ​ພາບ​ກັນ​ວ່າ: ຄວນ​ຍຶດໝັ້ນ​ທິດ​ທາງ "ມີ​ຄວາມ​ໝັ້ນຄົງຢ່າງ​ຍາວ​ນານ,ອວ່າຍໜ້າ​ໄປ​ສູ່​ອະ​ນາ​ຄົດ,​ມິດຕະພາບ​ຕໍ່​ກັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,ການ​ຮ່ວມ​ມື​ຢ່າງຮອບດ້ານ" ​ລວມທັງຈິດ​ໃຈ "ບ້ານ​ໃກ້​ຄຽງ​ທີ່​ດີ,​ເພື່ອນ​ມິດ​ທີ່​ດີ,ສະຫາຍ​ທີ່​ດີ,ຄູ່​ຮ່ວມ​ມື​ທີ່​ດີ", ສຸມ​ໃສ່​ສະພາບ​ລວມ,​ເບິ່ງ​ກວ້າງ​ມອງ​ໄກ,ພະຍາຍາມ​ບັນລຸ​ເປົ້າ​ໝາຍ,ຫັນ​ໜ້າ​ເຂົ້າ​ຫາ​ກັນ,ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ຫວຽດນາມ​ໃຫ້​ຂະຫຍາຍ​ຕົວ​ຕາມ​ເສັ້ນທາງ​ທີ່​ຖືກຕ້ອງ.

ທ່ານ​ ສີ​ຈິ້ນ​ຜິ​ງ ​ໄດ້​ສະ​ເໜີ 7 ຂໍ້​ກ່ຽວ​ກັບ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ລະຫວ່າງ​ຈີນ-ຫວຽດນາມ​ຕື່ມ​ອີກ​ເປັນ​ຕົ້ນ ໜຶ່ງ​, ເພີ່ມ​ທະວີການ​ຊຸກຍູ້​ຂອງ​​ການ​ນຳ​ຂັ້ນ​ສູງ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ. ສອງ​​,ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ,ຊຸກຍູ້​ການ​ແລກປ່ຽນ​ແລະ​ຖອດ​ຖອນ​ບົດຮຽນຮ່ວມ​ກັນ. ສາມ​,ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ,​ເລັ່ງການ​ເຊື່ອມ​ຕໍ່​ກັນ​ທາງ​ດ້ານ​ຍຸດ​ທະ​ສາດ. ສີ່​​,​ເປີດ​ກວ້າງ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ສອງ​ກອງທັບ,ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ. ຫ້າ​,​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​​ສອງ​ຊາດ,ສ້າງ​ພື້ນຖານ​ທາງຈິດ​ໃຈ​ປະຊາຊົນ​ໃຫ້​ໜັກ​ແໜ້ນ, ຫົກ​,ຄຸ້ມຄອງ​ແລະ​ຄວບ​ຄຸມຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເໝາະ​ສົມ,ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ ​ແລະ ເຈັດ​​,ເພີ່ມ​ທະວີ​ການ​ປະສານ​ງານ​ໃນ​ສາກົນ,ປົກ​ປ້ອງ​ຜົນ​ປະ​ໂຫຍດຮ່ວມ​ກັນ. ນອກຈາກ​ນີ້,ຈີນພ້ອມ​ສະໜັບສະໜູນ​ຫວຽດນາມ​ໃນ​ການ​ຈັດ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກ(APEC)ປີ 2017.

ທ່ານ​ ຫງວຽນ​ຟູ​ຈ້ອງ ກ່າວ​ດ້ວຍ​ຄວາມ​ເຫັນ​ດີ​ຢ່າງ​ເຕັມ​ສ່ວນ​ຕາມ​ຂໍ້​ສະ​ເໜີ​ຂອງ​ທ່ານ ສີ​ຈິ້ນ​ຜິ​ງ ​ຕໍ່​ການ​​ເສີມຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ພັກ-ສອງ​ລັດ. ຂະນະ​ດຽວ​ກັນຫວຽດນາມກໍຍິນ​ດີ​ຮ່ວມ​ກັບ​ຈີນ ດຳ​ເນີນ​ການ​ເຊື່ອມ​ຕໍ່​ທາ​ງຍຸດ​ທະ​ສາດ "​ສອງແລວ​ເສດຖະກິດໜຶ່ງ​ສູນ" ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ເພີ່ມ​ທະວີ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ທະ​ເລ​ລະຫວ່າງ​ສອງ​ຝ່າຍ,ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນສູ່ລະດັບ​ໃໝ່,ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ແລະ​ສັນຕິພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ຫຼັງ​ການ​ພົບ​ປະ,ທ່ານ ສີ​ຈິ້ນ​ຜິ​ງ ​ແລະ ທ່ານ ຫງວຽນ​ຟູ​ຈ້ອງ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ໃນພິທີ​ລົງ​ນາມ​ໃນ​ສັນຍາ​ການ​ຮ່ວມ​ມື​ທີ່​ກ່ຽວຂ້ອງລະຫວ່າງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ