ຕົກ​ແນວ​ໃດ​ກໍ​ໜ້າ​ຮັກ
2017-01-13 16:12:47  cri 


ລູກ​ໝີ​ແພນດາທີ່​ໜ້າ​ຮັກ 23 ​ໂຕ​ທີ່​ເກີດຢູ່​​ສູນ​ຄົ້ນ​ຄວ້າ​ຂະຫຍາຍພັນ​ໝີ​ແພນດາ​ເມືອງ​ເສິງ​ຕູ່​​​ແຂວງ​ເສ​ສວນ​ຈີນໃນ​ປີ 2016 ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ແນວ​ໃດ​ກໍ​ດີ​ມີ​ເຫດ​ເກີດ​ຂຶ້ນ​ໂດຍ​ບໍ່​ຄາດ​ຝັນ​ເມື່ອ​ລູກ​ໝີ​ແພນ​ດາ​ໂຕ​ໜຶ່ງ​ຕົກ​ຈາກ​ບ່ອນ​ສູງ, ​ແຕ່​ຜູ້​ລ້ຽງ​ກໍ​ໄດ້​ເຂົ້າ​ໄປ​ຊ່ວຍ​ໂດຍ​ການ​ເດ່​ມື​ເຂົ້າ​ປະຄອງ​ໃນ​ໄລຍະ​ຫ່າງ​ປະມານ 1 ​ແມັດ ​ເຊິ່ງ​ເປັນ​ພາບ​ທີ່​ໜ້າ​ຊື່ນຊົມ​ທີ່​ສຸດ​ແລະ​ກໍ່​ພາບ​ນີ້​ໄດ້​ເຮັດ​ໃຫ້​ຄົນ​ເຫັນ​ແລ້ວ​ຮູ້ສຶກ​ເປັນຕາ​ຫົວ​ເອົາ​ແທ້​ເອົາ​ວ່າ.

ຮູບ​ດັ່ງກ່າວ​ໄດ້​ຮັບ​ການ​ເລືອກ​ໃຫ້​ເປັນ​ຮູບ​ຂ່າວສານ​ລອຍ​​ເຕີ​ປີ 2016, ຮູບ​ສັດ​ວາລະສານ Time ປີ 2016 ​ແລະ ຮູບ​ຂ່າວ​ວາລະສານ The Atlantic ປີ 2016. ຂະນະ​ທີ່​ມີ​ຍອດ​ການ​ເຂົ້າ​ເບິ່ງ​ຈາກ​ຊາວ​ເນັດມີ​ເຖິງ 100 ລ້ານ​ເທື່ອ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ