ສະຖານທູດ​ຈີນ​ປະຈຳ​ມຽນມາ​ບໍລິຈາກລົດຖີບ​ຕຳຫຼວດ 100 ຄັນ​ໃຫ້ພະ​ແນ​ກຕຳ ຫຼວດ​ແຂວງ​ຢາງ​ກຸງ
2017-01-14 16:43:05  cri 


ຕອນ​ບ່າຍ​ວັນ​ທີ 13 ມັງກອນ​ນີ້, ສະຖານທູດ​ຈີນ​ປະຈຳ​ມຽນມາ​ໄດ້​ບໍລິຈາກລົດຖີບ​ຕຳຫຼວດ 100 ຄັນ​ໃຫ້ພະ​ແນ​ກຕຳຫຼວດ​ແຂວງ​ຢາງ​ກຸງ, ​​ໂດຍ​ໄດ້ຈັດ​ພິທີ​ມອບ​ຮັບ​ຢູ່​ກົມ​ຕຳຫຼວດ​ອົງການ​ປົກຄອງ​ແຂວງ​ຢາງ​ກຸງ. ທ່ານ​ຫົງ​ລ້ຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ, ທ່ານ​ຈູ່ຈີ້​ສື່ ທີ່​ປຶກສາ​ຮັບຜິດ​ຊອບ​ວຽກ​ງານ​ຕິດ​ຕໍ່​ດ້ານ​ຕຳຫຼວດ​ຂອງ​ຈີນ​ປະຈຳ​ມຽນມາ ​ແລະທ່ານ​ວິນ ​ໄນ​ອີງ ຫົວໜ້າ​ພະ​ແນ​ກຕຳຫຼວດ​ແຂວງ​ຢາງ​ກຸງ ​ໄດ້​ເຂົ້າຮ່ວມ​ພິທີ​ມອບ​ຮັບ.


ທ່ານ​ເອກ​ອັກຄະ​ລັດຖະທູດ​ຫົງ​ລ້ຽງ​ໄດ້​ກ່າວ​ປາ​ໄສ​ວ່າ, ຈີນ​ແລະ​ມຽນມາ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ການ​ຮ່ວມ​ມືກັນ​ໃນ​ການ​ປະຕິບັດ​ກົດໝາຍ​ແລະ​ດ້ານ​ຮັກສາ​ປອດ​ໄພ ​ແມ່ນ​ພາກ​ປະກອບສ່ວນ​ທີ່​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ຈີນ​ສະໜັບສະໜູນ​ກອງ​ຕຳຫຼວດ​ມຽນມາ​ເພີ່ມ​ທະວີ​ການ​ສ້າງສັນ​ຄວາມ​ສາມາດ​ແຫ່ງ​ການ​ປະຕິບັດ​ກົດໝາຍ, ທັງ​ຈະ​ເຮັດ​ຄື​ທີ່​ຜ່ານ​ມາ ​ໃຫ້ການ​ຊ່ວຍ​ເຫຼືອ​​ແກ່​ກອງ​ຕຳຫຼວດ​ມຽນມາຕາມ​ຄວາມ​ຕ້ອງການຂອງ​ມຽນມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ