ທ່ານ​ຢີ​ເຈີ້​ງ​ເສີງພົບ​ປະ​ທ່ານ​ຫງວຽນ​ຟູ​ຈ໋ອງ​ແລະຮ່ວມ​ກັນ​ເຂົ້າ​ຮ່ວມ​ກິດຈະກຳ​ມິດຕະພາບ​ເພື່ອ​ສະຫຼອງຈີນ-ຫວຽດນາມ​​ສ້າງສາ​ຍພົວພັນ​ທາ​ງການ​ທູດ​ຄົບຮອບ 67 ປີ
2017-01-15 15:18:56  cri 


ຕາມ​ຂ່າວCRI: ວັນ​ທີ 13 ມັງກອນ​ນີ້, ທ່ານຢີ​ເຈີ້​ງ​ເສີງ, ກຳມະການປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ສະພາ​ປຶກສາ​ກາ​ນ​ເມືອງປະຊາຊົນ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຫງວຽນ​ຟູ​ຈ໋ອງ, ​ເລຂາທິການ​​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.

ທ່ານ​ຢີ​ເຈີ້​ງ​ເສີງ​ກ່າວ​ວ່າ, ພາຍ​​ໃຕ້​ການ​ນຳພາ​ຂອງຜູ້ນຳ​ສູງ​ສຸດ​ສອງ​ຝ່າຍ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ໃນ​ປັດຈຸບັນ​ນີ້​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ທີ່​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ປອດ​ໄສ​ແລະໝັ້ນ​ທ່ຽງ, ສະພາບ​ຄື​ແນວ​ນີ້​ກຳ​ເນີ​ດມາ​ບໍ່​ງ່າຍ​, ຕ້ອງ​ທະນຸ​ຖະໜອມ. ສອງ​ຝ່າຍ​ຕ້ອງ​ກຳ​ໂອກາດ​ໃຫ້​ດີ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ຍຸດ​ທະ​ສາດ​ຕື່ມ​ອີກ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອ​ງ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ, ​ເປີດ​ກວ້າງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ​ເພີ່ມ​ພະລັງ​ແຮງ​ໃໝ່​ເຂົ້າ​ໃນ​​ການ​ຂະຫຍາຍ​ການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ຫວຽດນາມ.

ທ່ານ​ຫງວຽນ​ຟູ​ຈ໋ອງ​ກ່າວ​ວ່າ, ການ​ເພີ່ມທະວີ​ໄມຕີ​ຈິດ​ມິດຕະພາບ​ອັນເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-ຫວຽດນາມ​, ການ​ຂະຫຍາຍ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບກັນ​ລະຫວ່າງ​ຫວຽດນາມ ກັບ​ຈີນ. ຫວຽດນາມ​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ຮັດ​ແໜ້ນ​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ແລ​ກ່ປຽນລະຫວ່າງ​ປະຊາຊົນ​ສອງ​ຊາດ, ປະກອບສ່ວນ​ໃຫ້​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​​ເຮັດ​ໃຫ້​ມິດຕະພາບ​ລະຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​​ເລິກ​ເຊິ່ງກວ່າ​ເກົ່າ​ແລະການຂະຫຍາຍການ​ພົວພັນລະຫວ່າງ​ສອງ​ຝ່າຍ.

ພາຍຫຼັງ​ການ​ພົບ​ປະ​, ທ່ານ​ຢີເຈີ້​ງ​ເສີງ​ກັບ​ທ່ານ​ຫງວຽນ​ຟູ​ຈ້ອງ​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ກິດຈະກຳ​ມິດຕະພາບ​ເພື່ອ​ສະຫຼອງຈີນ​ກັບ​ຫວຽດນາມ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 67 ປີ ກໍ່​ຄື ກິດຈະ​ກຳ​ມິດຕະພາບຕ້ອນຮັບ​ປີ​ໃໝ່ 2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ