ຈີນ​ຈະ​​ເຜີຍ​ແຜ່ຮູບ​ແບ PPP ​ໃນ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-01-15 16:26:46  cri 
ຕາມ​ຂ່າວCRI: ວັນ​ທີ 14 ມັງກອນ​ນີ້, ທ່ານ​ເຫີ​ລີ້ເຟີ​ງ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດຈີນ​ກ່າວ​ວ່າ, ຫວ່າງ​​ບໍ່​ດົນ​ມາ​ນີ້, ​ຄະນະ​ກຳມະການ​ພັດທະນາ​ແລະປະຕິ​ຮູບ​​ແຫ່ງ​ຣັດຈີນ​ໄດ້​ຮ່ວມ​ກັບ​ຫຼາຍ​ພາກສ່ວນ​ສ້າງ​ກົນ​ໄກ​ດຳ​ເນີນ​ງານດ້ວຍ​ຮູບ​​ແບບ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ກັບ​ທຶນ​ສັງຄົມ ຫຼື ຮູບ​ແບບ PPP ​ໃນ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລະ​ເຜີຍ​ແຜ່​ຮູບ​ແບບ​ດັ່ງກ່າວ​ຢູ່​ປະ​ເທດ​ທີ່​ກ່ຽວຂ້ອງ.

​ວັນ​ທີ 14 ມັງກອນ​ນີ້, ເວທີ​ປຶກສາ​ຫາລື​ລະດັບສູງ​ດ້ານ​ການພັດ​ທະນາ​ຂອງ​ວິ​ສາ​ຫະກິດ​ຈີນ​ຄັ້ງ​ທີ 15 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ​ເຊິ່ງມີ​ຫົວ​ຂໍ້ວ່າ ການ​ປະຕິບັດ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ສະຖານະ​ການ​ດ້ານ​ເສດຖະກິດມະຫາ​ພາກ. ທ່ານ​ເຫີ​ລີ​ເ​ຟີ​ງຮອງ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້ກ່າວ​ຄຳ​ປາ​ໄສ​ວ່າ, ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຕ້ອງ​ກາ​ນຫົວຄິດ​ປະດິດ​ສ້າງ​ດ້ານ​ຮູບ​​ແບບ​ລະດົມ​ທຶນ, ສ້າງ​ລະບົບ​ຮັບປະກັນ​ການ​ລະດົມ​ທຶນ​​ທີ່​ຍາວນານ, ໝັ້ງຄົງ​ແລະມີຍືນ​ຍົງ.

ຈີນ​ຈະ​ສືບ​ຕໍ່ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ແຜ່ນ​ການ​ກ່ຽວ​ກັບ​ການ​ເຊື່ອມ​ຈອດ​ກັນ​ລະຫວ່າງ​ຈີນ​ກັບປະ​ເທດຕາມ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ" , ສືບ​ຕໍ່​ປະຕິບັດ​ໂຄງການຜະລິດ​ຈຳນວນ​ໜຶ່ງ​ທີ່​ມີ​ອະນາຄົດດ້ານ​ຕະຫຼາດ, ມີ​ການ​ຄ້ຳປະກັນ​ດ້ານ​ຊັບພະຍາກອນ, ມີ​ການ​ຮັບປະກັນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ແລະ​ມີ​ຄວາມ​ຄົບ​ຊຸດ​ດ້ານ​ລະບົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ