ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ຫຼັກການຈີນ​ດຽວ​​​ແມ່ນ​ສິ່ງ​ທີ່ເຈລະຈາກັນ​ບໍ່​ໄດ້
2017-01-15 17:11:23  cri 
ວັນ​ທີ 14 ມັງກອນ​ນີ້, ທ່ານ​ລູ້ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງອາ​ເມ​ລິ​ກາຮູ້​ຄວາມສຳຄັນ​ແຫ່ງ​ຄວາມອ່ອນ​ໄຫວ​ລະດັບ​ສູງຂອງ​ບັນຫາ​ໄຕ້​ຫວັນ, ​ເຄົາລົບ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານທຸກ​ສະ​ໄໝ​ທີ່​ຜ່ານ​ມາ​ຂອງ​ສອງ​ພັກ​ອາ​ເມ​ລິ​ກາ, ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ໃຫ້​ເໝາະ​ສົມ.

ຕາມ​ການ​ລາຍ​ງານຂອງ​ສື່​ມວນ​ຊົນ, ​ຫວ່າງ​ກ່ອນ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃໝ່​ໄດ້​ກ່າວ​ເຖິງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໂດຍ​ສະ​ແດງ​ວ່າ ວຽງ​ງານ​ທັງໝົດ ​ເຊິ່ງລວມທັງ​ນະ​ໂຍບາຍ​ຈີນ​ດຽວ​ກໍ່​ຕ້ອງ​ຜ່ານ​ການ​ເຈລະຈາ.

ກ່ຽວກັບ​ເລື່ອງ​ນີ້, ທ່ານ​ລູ້​ຄ່າງ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວ່າ, ​ໃນ​ໂລກ​ນີ້, ມີ​ແຕ່​ປະ​ເທດ​ຈີນ​ດຽວ, ​​ເຂດ​ໄຕ້​ຫວັນ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ຕັດແຍກອອກ​ຈາກ​ຜືນ​ແຜ່ນດິນ​ຂອງ​ຈີນ​ບໍ່​ໄດ້, ລັດຖະບານ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ແມ່ນ​ລັດຖະບານທີ່​ຊອບ​ກົດໝາຍ​ພຽງ​ດຽວ​ທີ່​ສາມາດຕາງໜ້າ​ຈີນ​ໄດ້. ນີ້​ແມ່ນ​ຄວາມ​ຈິງ​ທີ່​ປະຊາ​ຄົມ​ໂລກ​ໄດ້​ຮັບ​ຮູ້​ໂດຍ​ທົ່ວ​ໄປ, ບໍ່​ມີ​ຜູ້​ໃດ​ສາມາດ​ປ່ຽນ​ແປງ​ໄດ້.
"ຫຼັກການ​ຈີນ​ດຽວ​ແມ່ນ​ພື້ນຖານ​ການ​ເມືອງ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ​ແມ່ນສິ່ງ​ທີ່​ເຈລະຈາກັນ​ບໍ່​ໄດ້." ທ່ານ​ລູ້ຄ່າງ​ກ່າວ​ວ່າ, ພວກ​ເຮົາ​ຮຽກຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ອາ​ເມ​ລິ​ກາ​ຮູ້​ຄວາມສຳຄັນ​ແຫ່ງ​ຄວາມອ່ອນ​ໄຫວ​ລະດັບ​ສູງຂອງ​ບັນຫາ​ໄຕ້​ຫວັນ, ​ເຄົາລົບ​ຄຳ​ໝັ້ນ​ສັນຍາ​ຂອງລັດຖະບານທຸກ​ສະ​ໄໝທີ່​ຜ່ານ​ມາ​ຂອງ​ສອງ​ພັກ​ອາ​ເມ​ລິ​ກາ, ​ຄື ປະຕິບັດ​ຕາມ​ນະ​ໂຍບາຍ​ຈີນ​ດຽວ, ​ເຄົາລົບຫຼັກການ​ຖະ​ແຫຼງການ​ຮ່ວມ 3 ສະບັບ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ໃຫ້​ເໝາະ​ສົມ, ​ເພື່ອຫຼີກ​ເວັ້ນບໍ່​​ໃຫ້ກະທົບ​ເຖິງ​ການ​ຂະຫຍາຍ​ຕົວຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ​ຂອງການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳຄັນ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ