ຟີ​ລິບ​ປິນຂໍ​ໃຫ້​ອາ​ເມ​ລິ​ກາ​ແລະ​ປະ​ເທດ​ອື່ນໆ​ຢ່າແຊກ​ແຊງວຽກ​ງານພາຍ​ໃນ​ອາ​ຊຽນ
2017-01-16 16:49:48  cri 
ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນຖະ​ແຫຼ​ງຢູ່​ເມືອງ​ດາ​ວາວ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຕົນ​ໃນ​ຕອນ​ບ່າຍ​ວັນ​ທີ 15 ມັງກອນ​ນີ້​ວ່າ: ຟີ​ລິບ​ປິນ​ໄດ້ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ໝູນວຽນ​ອາ​ຊຽນຢ່າງ​ເປັນ​ທາງ​ການນັບ​ແຕ່​ວັນທີ 15 ມັງກອນ​ນີ້​ເປັນ​ຕົ້ນ​ໄປ. ໜັງສືພິມBusiness World ຟີ​ລິບປິນລາຍ​ງານ​ວ່າ: ທ່ານ​ດູ​​ເຕີ​ເຕ​ໃຫ້​ສັນຍາ​ໃນ​ພິທີ​ຂຶ້ນດຳລົງ​ຕຳ​ແໜ່​ງປະທານ​ອາ​ຊຽນວ່າ: ຈະ​ເລັ່ງສົ່ງ​ເສີມ​ຄວາມ​ໝັ້ນຄົງ​ແລະ​ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ​ທາງ​ທະ​ເລ ທັງ​ເລັ່ງໃຫ້​ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ​ເຊິ່ງລວມທັງ​ອາ​ເມ​ລິ​ກາ​ຢ່າ​ແຊກ​ແຊງ​ວຽກ​ງານ​ອາ​ຊຽນ.

ທ່ານ​ດູ​ເຕີ​ເຕຢືນຢັນ​ວ່າ: ​ເນື່ອງ​ຈາກ​ບັນຫາ​ທະ​ເລ​ຈີນ​ໃຕ້​ເຮັດ​ໃຫ້​ຟີ​ລິບ​ປິນກັບ​ຈີນ​ແລະຫຼາຍ​ປະ​ເທດຕົກ​ຢູ່ໃນ​ຂໍ້​ຂັດ​ແຍ້​ງດ້ານ​ດິນ​ແດນ. ຈາກ​ນີ້,​ໃນ​ໄລຍະ​ດຳ​ລົ​ງຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນປີ​ນີ້, ຟີ​ລິບ​ປິນຈະ​ກຳນົດ​ວຽກ​ງານ​ສຳຄັນ​ໂດຍ​ເນັ້ນ​ສ້າງ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ແລະ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ. ຂະນະ​ທີ່ເມື່ອ​ບໍ່​ດົນ​ມານີ້​ວ່າ: ທ່ານ​ຊິນ​ໂຈ​ອາ​ເບະ ​ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ກ່າວ​ໃນ​ໂອກາດຮ່ວມ​ກັບທ່ານ​ດູ​ເຕີ​ເຕຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 12 ມັງກອນນີ້​ວ່າ ຫວັງ​ຈະ​ເອົາ​ບັນຫາ​ທະ​ເລ​ຈີນ​ໃຕ້​ເຂົ້າ​ໃນ​ວາລະ​ກອງ​ປະຊຸມ​ອາ​ຊຽນ. ​ແຕ່​ລັດຖະບານ​ຟີ​ລິບ​ປິນ​ໄດ້​ຢືນຢັນ​ຢ່າງ​ຈະ​ແຈ້ງ​ເມື່ອກ່ອນ​ໜ້າ​ນີ້​ຫຼາຍ​ມື້​ແລ້ວ​ວ່າ​ໃນ​ໄລຍະ​ທີ່ປະ​ເທດ​ຕົນ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນນັ້ນ​ຈະ​ບໍ່​​ເອົາ​ບັນຫາ​ທະ​ເລ​ຈີນ​ໃຕ້​ເຂົ້າ​ໃນ​ວາລະ​ກອງ​ປະຊຸມ​ອາ​ຊຽນຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ