ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ຫວຽດນາມ​ຢ້ຽມຢາມ​ແຂວງ​ເຈີ້​ຈ່ຽງ ສປ ຈີນ
2017-01-16 11:45:46  cri 

ທ່ານ​ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເດີນທາງ​ຢ້ຽມຢາມ​ແຂວງ​ເຈີ້​ຈ່ຽງ ສປ ຈີນ ​ແຕ່​ວັນ​ທີ 14-15 ມັງກອນ​ນີ້ ​ໂດຍ​ທ່ານພ້ອມ​ດ້ວຍ​ຄະນະ ​ໄດ້​ໄ​ປທັດສະນະ​ສຶກສາຍ່ານ​ຖະໜົນ​ປະຫວັດສາດ​ຊິ່ງ​ເຫີ​ຟາງ ​ແລະ ທ່ຽມຊົມ​ໜອງ​ຊີ່​ຫູ ​ເມືອງ​ຫັງ​ໂຈ່​ວ ​ເທສະບານ​ແຂວງ​ດັ່ງກ່າວ ທັງ​ໄດ້ພົບ​ປະ​ກັບ​ຜູ້ຕາງ​ໜ້ານັກທຸລະກິດ​ຈີນ ​ແລະ​ທັດສະນະ​ສຶກສາ​ວິ​ສາ​ຫະກິດ​ເອກະ​ຊົນອີກດ້ວຍ.

ທ່ານ​ຫງວຽນ​ຟູ​ຈ້ອງ ກ່າວ​ວ່າ: ປະ​ເທດ​ຕົນ​ໄດ້​ຮັກສາ​ການ​ພົວພັນ​ທີ່​ດີ​ກັບຫຼາຍ​ແຂວງ​ຂອງ​ຈີນ ລວມທັງ​ແຂວງ​ເຈີ້​ຈ່ຽງ. ​ແນວ​ໃດ​ກໍ​ດີ ​ໃນ​ໄລຍະຢ້ຽມຢາມຈີນເທື່ອ​ນີ້, ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະດັບທ້ອງ​ຖິ່ນ ​ແລະ ຫວັງ​ວ່າ​ແຂວງ​ເຈີ້​ຈ່ຽງຈະ​ສືບ​ຕໍ່​ເສີມ​ຂະຫຍາ​ຍບົດບາດ​ທີ່​ຕັ້ງໜ້າ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ​ຂະນະ​ດຽວ​ກັນ, ກໍ​ຫວັງ​ວ່າ​ວິ​ສາ​ຫະກິດ​ຈີນ​ຈະ​ເພີ່ມ​ການ​ລົງທຶນ​ຢູ່​ປະ​ເທດ​ຕົນ​ໃນ​ຂົງ​ເຂດ​ເຕັກນິກ​​ກ້າວໜ້າ​ທັນ​ສະ​ໄໝ ​ແລະ ຍົກ​ປະສິດທິພາບ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນອີກ.

ຂະນະ​ທີ່​ພະ​ແນ​ກການ​ຄ້າ​ແຂວງ​ເຈີ້​ຈ່ຽງ​ເປີດ​ເຜີຍ​ວ່າ, ​ ​ມີ​ 186 ວິ​ສາ​ຫະກິດແຂວງ​ຕົນລົງທຶນຢູ່​ຫວຽດນາມ ​ແລະ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ​ປີຜ່ານມາ, ​ມູນ​ຄ່າການ​ນຳ​ເຂົ້າ​-ສົ່ງ​ອອກລະຫວ່າງແຂວງ​ຕົນກັບ​ຫວຽດນາມ​ບັນລຸ​ເຖິງ 6 ຕື້ 160 ລ້ານ​ໂດ​ລາ​ສະຫະລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ