ພິມ​ຈຳໜ່າຍປື້​ມ "ຄັດ​​ເລືອກ​ຄຳ​ປາ​ໄສ​ຂອງ​ທ່ານ​ສິຈິ້ນ​ຜິ​ງທີ່​ກ່າວ​ໃນ​ກອງ​ປະຊຸມ​ສຸດ​ຍອດ G20 ​ເມືອງ​ຫັງ​ໂຈ່​ວ"
2017-01-16 16:33:57  cri 

ຫວ່າງ​ມໍ່ໆ​ນີ້, ສຳນັກ​ພິມ​ຈຳໜ່າຍ​ພາສາ​ຕ່າງປະ​ເທດ​ຈີນ ​ໄດ້​ພິມປື້​ມ "ຄັດ​​ເຄືອ​ກ​ຄຳ​ປາ​ໄສ​ຂອງ​ທ່ານ​ສິຈິ້ນ​ຜິ​ງທີ່​ກ່າວ​ໃນ​ກອງ​ປະຊຸມ​ສຸດ​ຍອດ G20 ​ເມືອງ​ຫັງ​ໂຈ່​ວ" ​​ໂດຍໄດ້​ຈຳໜ່າຍ​ທັງ​ພາຍ​ໃນ​​ແລະ​ຕ່າງປະ​ເທດ​​ເປັນ​ພາສາ​ຈີນ ​ແລະ ພາສາ​ອັງກິດ​.

ທັງ​ນີ້ ກອງ​ປະຊຸມ​ສຸດ​ຍອດ​​ກຸ່ມ 20 ປະ​ເທດ (G20) ຄັ້ງທີ 11 ​ໄດ້​ຈັດ​ຂຶ້ນດ້ວຍຜົນສຳ​ເລັດ​ຢູ່​ເມືອງ​ຫັງ​ໂຈ່​ວ ສປ ຈີນ​ເມື່ອ​ເດືອນ​ກັນຍາ​ປີ 2016 ຜ່ານ​ມາ. ຂະນະ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​​ຫຼາຍ​ເທື່ອ​ແລະຫຼາຍບັນຫາ​ສຳຄັນໃນ​ກອງ​ປະຊຸມ ​ໂດຍ​ໄດ້​ຊີ້​ແຈງ​ນະ​ໂຍບາຍ​ແລະ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບ​ການ​ບໍລິຫານ​ທົ່ວ​ໂລກຢ່າງຮອບດ້ານ​ແລະ​ເລິກ​ເຊິ່ງ ​ເພື່ອປະກອບສ່ວນ​ສະຕິ​ປັນຍາ ​ແລະ ສະ​ເໜີ​ແຜນການ​ບໍລິຫານ​ຂອງ​ຈີນ ຕໍ່​ການ​ພັດທະນາ​ແລະຟື້ນ​ຟູ​ເສດຖະກິດ​ໂລກ, ທັງ​ວາງ​ແຜນ​ແມ່​ບົດ ​ແລະ ວິ​ໄສ​ທັດ​ໃໝ່​ແຫ່ງ​ການ​ຂະຫຍາຍຕົວຂອງ​​ເສດຖະກິດ​ໂລກ ​ແລະ​​ເຮັດ​ໃຫ້​​ພາຍ​ໃນ​ແລະ​ຕ່າງປະ​ເທດຕອບ​ຮັບ​ຢ່າງ​ຄຶກຄັກ.

​ໃນປື້​ມດັ່ງກ່າວ​ໄດ້​ບັນທຶກ​ຄຳ​ປາ​ໄສ​ສຳຄັນ 17 ບົດຂອງ​ທ່ານ​ປະທານ​ສິຈິ້ນ​ຜິ​ງ ​ເປັນຕົ້ນ ຄຳ​ປາ​ໄສ​ໃນ​ພິທີ​ເປີດ​ກອງ​ປະຊຸມສຸດ​ຍອດ​ອຸດສາຫະກຳ-ການ​ຄ້າກຸ່ມ 20 ປະ​ເທດ, ສຸນທອນພົດ​ເປີດ ​ແລະ ປິດກອງ​ປະຊຸມ​ສຸດ​ຍອດ G20 ​ເມືອງ​ຫັງ​ໂຈ່​ວ, ຄຳ​ປາ​ໄສ​ທີ່​ເປັນ​ການ​ປະກອບ​ຄຳ​ເຫັນ ​ແລະ ຄຳ​ປາ​ໄສ​ສະຫຼຸບ​ໃນ​ກອງ​ປະຊຸມ​ໄລຍະ​ທີ 5 ຂອງ​ກອງ​ປະຊຸມ​ສຸດ​ຍອດ​ G20 ​ເມືອງ​ຫັງ​ໂຈ່​ວ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ