ແຂວງ​ຢຸນນານສ້າງຕັ້ງ​ວິທະຍາ​ໄລ​ວິຊາ​ຊີບ​ສາກົນ​ແມ້ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ
2017-01-17 17:05:26  cri 

ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ຢຸນນານ​ແລະ​ອຳນາດ​ການ​ປົກຄອງ​ເມືອງຣຸ້ຍລີ້​ກິ່ງ​ແຂວງ​ເຕີ​ຫົງ ​ແຂວງ​ຢຸນນານ​ ສປ ຈີນ ​ໄດ້​ຈັດ​ພິທີ​ລົງ​ນາມ​ສ້າງຕັ້ງ "ວິທະຍາ​ໄລ​ວິຊາ​ຊີບ​ສາກົນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ມະຫາ​ວິທະຍາ​ໄລ​ຊົນ​ເຜົ່າ​ຢຸນນານ" ຢູ່​ເມືອງ​ຄຸນ​ມິ​ງ​ໃນ​ວັນ​ທີ 15 ມັງກອນ​ນີ້ ​ໂດຍ​ວິທະຍາ​ໄລ​ວິຊາ​ຊີບ​ແຫ່ງ​ນີ້​ຈະ​ຕັ້ງຢູ່​ແຂວງ​ຢຸນນານ ​ແລະ​ຈະຫັນ​ໜ້າ​ສູ່​ທົ່ວ​ປະ​ເທດ ລວມທັງ​ປະ​ເທດ​ແມ່​ນ້ຳຂອງ ​ເພື່ອ​ສຸມ​ໃສ່​ສ້າງ​ບຸກຄະລາ​ກອນ​ດ້ານ​ເຕັກນິກ-ວິຊາ​ຊີບ​ທີ່​ມີ​ຄຸນ​ນະພ​າບສູງ ຮອງ​ຮັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ​ລະຫວ່າງ 6 ປະ​ເທດ​ແມ່​ນ້ຳ​ລ້ານ​ຂ້າງ​-​ແມ່​ນ້ຳຂອງ​. ຂະນະ​ທີ່​ທ່ານ​ເຈິ້ງ​ເສ​ຟ່າງ ທີ່​ປຶກສາ​ທູດກົມ​ອາຊີ ກະຊວງການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ການ​ສ້າງຕັ້ງວິທະຍາ​ໄລ​ວິຊາ​ຊີບ​ສາກົນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ຈະ​ມີ​ຜົນ​ດີ​ຕໍ່​ການ​ສະໜັບສະໜູນ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ທາງ​ດ້ານ​ບຸກຄະລາ​ກອນ​ແລະ​ສະຕິ​ປັນຍາຂອງ​ຈີນ.

​ມື້​ດຽວ​ກັນກໍ​ໄດ້​ເປີດ​ສູນ​ສຶກສາ​ວິຊາ​ຊີບ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ແລະ ສະຫະພັນ​ການ​ສຶກສາ​ວິຊາ​ຊີບ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ໂດຍ​ມີ​ວິທະຍາ​ໄລ​ເຕັກນິກ-ວິຊາ​ຊີບ 14 ​ແຫ່ງ​ໃນ​ແຂວງ​ຢຸນນານ​ເຂົ້າຮ່ວມ ​ເຊິ່ງຈະ​ສ້າງ​ບຸກຄະລາ​ກອນຕາມ​ຄວາມ​ຕ້ອງການໃນ 5 ຂົງ​ເຂດ​ສຳຄັນ​ແຫ່ງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໂດຍ​ພື້ນຖານ. ຂະນະ​ທີ່​ສະຫະພັນ​ດັ່ງກ່າວ​ເປັນ​ອົງການ​ຈັດຕັ້ງສາກົນ​ແບບ​ເປີດ​ກວ້າງ​ແຫ່ງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ການ​ສຶກສາ​ວິຊາ​ຊີບ​ລະຫວ່າງ 6 ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ແລະ​ປັດຈຸບັນໄດ້​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ໂຮງຮຽນ​ແລະ​ວິ​ສາ​ຫະກິດຫຼາຍ​ແຫ່ງ​ຂອງ 6 ປະ​ເທດ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ