ປະທານ​ປະ​ເທດ​ຈີນ​ພົບ​ປະ​ເຈລະຈາ​ກັບ​ປະທານ​ສະຫະພັນ​ສະ​ວິສ
2017-01-17 10:13:28  cri 

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ ສປ ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ​ໂດຣິສ ​ໂລ​ອິດ​ຮາດ ປະທານ​ສະຫະພັນ​ສະ​ວິສຢູ່​ນະຄອນຫຼວງ​ແບັກ​ໃນ​ວັນ​ທີ 16 ມັງກອນ​ນີ້​ໂດຍ​ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ​ຈີນ-ສະ​ວິສ ທັງ​ເຫັນ​ດີ​​ເປັນ​ເອກະ​ພາ​ບກັນ​ສືບ​ຕໍ່​ຍຶດໝັ້ນແນວ​ຄິດ "​ເປີດ​ປະຕູ​ແລະ​ກວມ​ລວມ",ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ແລະ​ຊຸກຍູ້​ສາຍ​ພົວພັນ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ດີກ​ວ່າ​ເກົ່າ.

ປະມຸກລັດສອງປະເທດ​ໄດ້ເຫັນດີເປັນເອກະພາບກັນວ່າ ສອງ​ຝ່າຍ​​ຈະ​ຮັກສາ​ການ​ໄປມາຫາສູ່​ກັນ​ຢ່າງ​ໃກ້ຊິດ,ນຳໃຊ້​ກົນ​ໄກ​ເຈລະຈາ​ທຸກ​ຂັ້ນ,​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສຳຄັນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ​ຢ່າງ​ທັນ​ການ ​ແລະ​ຊຸກຍູ້​ສາຍ​ພົວພັນ​ຈີນ-ສະ​ວິສ​ໃຫ້ຂະຫຍາຍຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ນອກ​ນີ້,ສອງ​ຝ່າຍ​ຍັງ​ເຫັນ​ດີ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ປະດິດ​ສ້າງ​ລະຫວ່າງ​ວິ​ສາ​ຫະກິດ​ແລະ​ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ສອງ​ປະ​ເທດ​ພາຍ​ໃຕ້​ການ​ຊີ້​ນຳທີ່​ເປັນ​ເອກ​ກະພາບ​ກັນ​ຈາກ​ກົນ​ໄກ​ໃໝ່​ຄື​ເວທີ​ເຈລະຈາ​ຍຸດ​ທະ​ສາດ​ປະດິດ​ສ້າງ​ຈີນ-ສະ​ວິສ. ຊຸກຍູ້​ການ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ​ຈີນ-ສະ​ວິສ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ກໍ​ຄື​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດ​ທະນະ​ທຳລວມທັງການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໂດຍ​ຈະ​ຮ່ວມ​ກັນ​ຈັດ​ກິດຈະກຳ​ປີ​ທ່ອງທ່ຽວ​ຈີນ-ສະ​ວິສ 2017. ຂະນະ​ດຽວ​ກັນ​ຍັງ​ຈະ​ສຸມ​ໃສ່​ປົກ​ປັກ​ຮັກສາ​ລະບຽບ​ການ​ຄ້າ​ທົ່ວ​ໂລກ​ທີ່​ເປີດ​ປະຕູ​ແລະ​ກວມ​ລວມ, ຊຸກຍູ້​ລະບົບ​ຄຸ້ມ​ຄອງ​ທົ່ວ​ໂລກ​​ໃຫ້ຂະຫຍາຍຕົວ​ໄປ​ສູ່​ທິດ​ຍຸຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ