​ເຈົ້າ​ໜ້າ​ທີ່​ຈີນ​ຢືນຢັນ​ການອອກ​ແຮງ​ຍຸ​ແຍ່​ແລະ​ສ້າງ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຈີນ​ໃຕ້​ນັ້ນ​ຂອງຜູ້ນຳຍີ່ປຸ່ນບໍ່ບໍລິສຸດໃຈ
2017-01-17 15:39:16  cri 
ໃນ​ພິທີ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນເປັນປົກ​ກະຕິ​ໃນ​ວັນ​ທີ 16 ມັງກອນ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ​ເມື່ອ​ມໍ່ໆ​ນີ້, ທ່ານ​ຊິນ​ໂຈ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ເດີນທາງ​ຢ້ຽມຢາມ​ຟີ​ລິບ​ປິນ​, ອົສຕຣາລີ​ແລະ​ອິນ​ໂດ​ເນ​ເຊຍ ບໍ່​ວ່າ​​ໄປ​ຮອດ​ບ່ອນ​ໃດ​ກໍ​ລ້ວນ​ແຕ່​ເນັ້ນເຖິງ​ບັນຫາ​ທະ​ເລ​ຈີນ​ໃຕ້, ຝ່າຍ​ຈີນ​ມີ​ຄວາມ​ເຫັນ​​ແນວ​ໃດ​ຕໍ່​ກໍລະນີ​ດັ່ງກ່າວ​ນີ້?

ທ່ານ​ນາງ​ຮວາ​ຊຸ​ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຢືນຢັນ​ວ່າ ຈາກ​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ຈີນ​ແລະ​ປະ​ເທດ​ກ່ຽວຂ້ອງ​ໃນ​ອາ​ຊຽນ, ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ກຳລັງ​ມີ​ທ່າ​ອ່ຽງຂະຫຍາຍຕົວ​ໄປ​ທາງ​ທີ່​ດີທັງ​ໝັ້ນ​ທ່ຽງ ​ແລະ​ໄດ້​ກັບ​ຄືນ​ສູ່​ການ​ເຈລະຈາ​ປຶກສາ​ຫາລື​ກັນ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ. ​ແຕ່​ວ່າ​ຜູ້ນຳ​ຍີ່ປຸ່ນ​ຍັງ​ຄົງສຸມທຸກຄວາມ​ພະຍາຍາມ​ເພື່ອ​ຍຸ​ແຍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ກ່ຽວຂ້ອງ, ປະ​ໂຄມ​ຂ່າວ​ກ່ຽວ​ກັບ​ສະຖານະ​ການ​ເຄັ່ງ​ຕຶງ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ ​ເຊິ່ງການ​ກະທຳ​ດັ່ງກ່າວຂອງ​ຍີ່ປຸ່ນ​ມີ​ເຈ​ຕະນາ​ບໍ່​ດີ​ແລະ​ບໍ່ບໍລິສຸດໃຈ​ຢ່າງແທ້ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ