ເລັ່ງ​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ມຽນມາ​
2017-01-17 16:47:51  cri 

​ແຫຼ່ງຂ່າວ​ຈາກ​ພະ​ແນ​ກທາງ​ລົດ​ໄຟ​​ເມືອງຄຸນມິ​ງ ສປ ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 16 ມັງກອນ​ນີ້​ວ່າ: ອຸມົງ​ເມິ້ງ​ມ໋າ 2 ຕາມ​ທາງ​ລົດ​ໄຟ​ຕ້າ​ຫຼິນ ​ເຊິ່ງ​ແມ່ນ​ສ່ວນ​​ສຳຄັນຂອງ​ທາງ​ລົດ​ໄຟ​ສາກົນ​ຈີນ-ມຽນມາ ​ໄດ້ທະລຸສຳ​ເລັດ​ແລ້ວ ​ແລະ​ເປັນ​ອຸມົງແຫ່ງ​ທຳ​ອິດ​​ທີ່ທະລຸ​ສຳ​ເລັດ​ຕາມ​ທາງ​ລົດ​ໄຟ​ຕ້າຫຼິນ.

ທາງ​ລົດ​ໄຟ​ຕ້າຫຼິນ​ເລີ່​ມ​ແຕ່​ເມືອງ​ຕ້າຫຼີ ພາກ​ເໜືອ​ແຂວງ​ຢຸນນານ ​ແລະ​ຜ່ານ​ເມືອງ​ເວີ້​ຍຊ່ານ, ​ເມືອງ​ຢຸນຊ້ຽນຂອງ​ເມືອງ​ຕ້າຫຼີ ທະລຸ​ລົງ​ສູ່ພາກ​​ໃຕ້​ຈົນ​ເຖິງ​​ເຂດຫຼິນສຽງ ​ເມືອງຫຼິນຊ່າງ​ແຂວງ​ດຽວ​ກັນ ຍາວ 202 ກິ​ໂລ​ແມັດ ​ແລະ​ ​ແລ່ນ​ໃນ​ຄວາມ​ໄວ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ສຳລັບອຸມົງ​ເມິ້ງ​ມ໋າ 2 ຕັ້ງຢູ່ບໍລິ​ເວນ​ໃກ້​ບ້ານ​ເນີ້​ຍປ່າງ ທາງ​ພາກ​ເໜືອ​ເມືອງຫຼິນຊ່າງ ພາກ​ຕາ​ເວັນ​ຕົກ​ແຂວງ​ຢຸນນານ ຍາວ 253 ​ແມັດ. ຂະນະ​ທີ່ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຕ້າຫຼິນ ​ເຊິ່ງ​ແມ່ນ​ຕອນ​ໜຶ່ງ​ຂອງ​ທາງ​ລົດ​ໄຟ​ສາກົນ​ຈີນ-ມຽນມາ ຈະ​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ຍຸດ​ທະ​ສາດ​ຕໍ່​ການ​ບັນລຸ​ການ​ເຊື່ອມ​ຈອດ​ລະຫວ່າງ​ແຂວງ​ຢຸນນານ​ກັບປະ​ເທດ​ອ້ອມ​ຂ້າງ ​ແລະ ຮັບ​ໃຊ້​ໃຫ້​ແກ່​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ