ເຂດ​ກວາງຊີ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຕຸລາການ​ກັບ​ອາ​ຊຽນ
2017-01-17 00:05:13  cri 
ວັນ​ທີ 15 ມັງກອນ​ນີ້, ທ່ານ ຫວງ​ເຄີ້ ຫົວໜ້າສານ​ປະຊາຊົນ​ສູງ​ສຸດເຂດ​ປົກຄອງ​ຕົນ​ເອງ​ເຜົ່າຈວ້າງກວາງຊີ​ຈີນ​​ກ່າວ​ຢູ່​ເມືອງ​ນານ​ນິງວ່າ: ອົງການ​ຕົນ​ພວມ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຕຸລາການ​ກັບປະ​ເທດ​​ໃນອາ​ຊຽນ, ຂະນະ​ທີ່ເມືອງ​ຟາງ​ເຊີງ​ກາງ​ແລະ​ເມືອງ​ຊົງ​ໂສທີ່​ເປັນ​ເມືອງ​ຢູ່​ເຂດ​ຊາຍ​ແດນຈີນ-ຫວຽດນາມ ກໍໄດ້​ສ້າງ​ຕັ້ງ​ສານ​​ເຄື່ອນ​ທີ່​ທີ່​ໃຊ້ສອງ​ພາສາທາງການ​ຄ້າ​ຈີນ-ຫວຽດນາມ ​ແລະ ສານ​​ເຄື່ອນ​ທີ່​ທາງ​ການ​ຄ້າ​ຊາຍ​ແດນ ​​ເພື່ອ​ພິຈາລະນາ​​ແກ້​ໄຂ​ຄະດີທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ວິ​ສາ​ຫະກິດ ​ແລະ ການ​ຄ້າ​ຊາຍ​ແດນ​.

​ໄປ​ພ້ອມກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ​ແລວ​ເສດຖະກິດ​ຢູ່​ແຄ​ມຝັ່ງທະ​ເລ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ຍຸກ​ເສດຖະກິດ​ທາງ​ທະ​ເລ​ແລ້ວ, ຄວາມ​ຂັດ​ແຍ້​ງກັນ​ທາງ​ການ​ຄ້າ​ແລະ​ທາງ​ທະ​ເລ​ທີ່​ນັບ​ມື້​ນັບ​ເພີ່ມ​ຫຼາຍ​ຂຶ້ນ​ເຮັດ​ໃຫ້ການ​ພິຈາລະນາ​ແກ້​ໄຂ​ຄະດີ​​ໃນ​ດ້ານ​ນີ້​ຂອງ​ຈີນຜະເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍມີ​ມາ​ກ່ອນ. ​ເຂດ​ກວາງຊີ​​ໄດ້​ນຳ​ໜ້າການ​ຮ່ວມ​ມື​ແບບ​ໄຂ​ປະຕູ​ລະຫວ່າງ​ຈີນ-ອາ​ຊຽນ, ຂະນະ​ດຽວ​ກັນ​ກໍພວມ​ສຸມ​ໃສ່​ສ້າງ​ເປັນ​ສູນ​ຈໍລະ​ຈອນ​ສິນຄ້າ​ສາກົນ​ເຂດ​ເສດຖະກິດ​ອ່າວ​ເປີ​ຍປູ້ທີ່​ຫັນ​ໜ້າ​ສູ່​ປະ​ເທດ​​ໃນອາ​ຊຽນ. ທ່ານ ​ເສີນ​ຫວູ້ ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 6 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ກວາງຊີ​ສະ​ໄໝ​ທີ 12 ວ່າ: ປັດຈຸບັນ, ທ່າອ່າວ​ເປີ​ຍປູ້​ໄດ້​ສ້າງສາຍ​ພົວພັນ​ຂົນ​ສົ່ງທາງທະ​ເລ​ກັບ​ 47 ທ່າ​ກຳ​ປັ່ນຂອງ 7 ປະ​ເທດ​​ໃນອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ