IMF ປັບ​ລະດັບຄາດໝາຍ​ຄວາມ​ໄວ​ການ​​ເຕີບ​ໂຕຂອງ​ເສດຖະກິດ​ຈີນ​ແລະ​ອາ​ເມ​ລິ​ກາສູງ​ຂຶ້ນ
2017-01-17 17:05:30  cri 
ວັນ​ທີ 16 ມັງກອນ​ນີ້, ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼື IMF ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ "ການ​ເບິ່ງ​ເສດຖະກິດ​ໂລກ" ສະບັບ​ຫຼ້າ​ສຸດ​ ​ໂດຍ​ໄດ້​ປັບ​ລະດັບ​ຄາດໝາຍ​ຄວາມ​ໄວ​ການ​ເຕີບ​ໂຕ​ຂອງ​ເສດຖະກິດຈີນ​ແລະ​ອາ​ເມ​ລິ​ກາ​ ​ສູງ​ຂຶ້ນ. ຂະນະ​ດຽວ​ກັນ​ບົດ​ລາຍ​ງານຍັງ​ຊີ້​ໃຫ້​ເຫັນ​ອີກວ່າ: ການ​ປ່ຽນ​ແປງ​ທ່າ​ອ່ຽງ​ແຫ່ງ​ນະ​ໂຍບາຍ​ຂອງ​ລັດຖະບານອາ​ເມ​ລິ​ກາ​ຊຸດ​ໃໝ່ໄດ້​ເຮັດ​ໃຫ້​ຄວາມ​ບໍ່​ແນ່​ໃຈ​ໃນ​ອະນາຄົດຫຼາຍຂຶ້ນ ພ້ອມ​ທັງ​ໄດ້​ກ່າວ​ເນັ້ນ​ອີກ​ເທື່ອ​ໜຶ່ງ​ເຖິງການ​ເຕີບ​ໂຕ​ທີ່ກວມ​ລວມ.

ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ໄດ້​ຍົກ​ລະດັບ​ຄາດໝາຍ​ຄວາມ​​ໄວ​ຂອງ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ໃນ​ປີ​ນີ້​​ສູງ​ຂຶ້ນ 0,3% ​ເພີ່ມ​ຂຶ້ນ​ເປັນ 6,5%, ​ແຕ່​ຂະນະ​ດຽວ​ກັນ​ບົດ​ລາຍ​ງານ​ຍັງໄດ້​ຊີ້​ວ່າ: ຈີນ​ຄວນ​ໃຊ້​ມາດ​ຕະການ ​ສະກັດ​ກັ້ນ​ທ່າ​ອ່ຽງທີ່ເງິນ​ກູ້​ສິນ​ເຊື່ອຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ ພ້ອມ​ທັງ​ແກ້​ໄຂ​ບັນຫາ​ໜີ້​ສິນ​ຂອງ​ວິ​ສາ​ຫະກິດ. ນອກ​ນີ້, ບົດ​ລາ​ຍງານຍັງ​ໄດ້​ຮັກສາ​ຄາດໝາຍ​ຄວາມ​ໄວ​​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ປີ 2018 ​ໃຫ້​ຄົງຢູ່ 6,0%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ