ວິສາຫະກິດຈາກ 5 ປະເທດຂອງອາຊຽນເຂົ້າ ປະຈຳ ຢູ່ເມືອງນິເວດທຽນຈິນ
2017-01-17 16:50:20  cri 
ວັນ​ທີ 16 ມັງກອນ​ນີ້, ພິທີ​ເຊັນ​ສັນຍາ​ການ​ເຂົ້າ​ປະຈຳ​ຢູ່​ສູນກາງ​ການ​ຄ້າ​ເມືອງ​ນິ​ເວດ​ອາ​ຊຽນ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນທຽນ​ຈິນປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ ​ເຊິ່ງ​ມີ​ວິ​ສາ​ຫະກິດ​ຈາກ 5 ປະ​ເທດ​ຂອງ​ອາ​ຊຽນ​ເຂົ້າຮ່ວມ​ປະຈຳ​ຢູ່​ເມືອງ​ນິ​ເວດດັ່ງກ່າວ ຄື: ປະ​ເທດ​ບຣູ​ໄນ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ​ໄທ ​ແລະ​ສິງກະ​ໂປ.

ທ່ານ​ຫລີ​ຢວນ ຫົວໜ້າ​ຜະ​ແນ​ກ​ການ​ຄ້າ ​ແລະ​ການ​ລົງທຶນສູນ​ຈີນ-​ອາ​ຊຽນກ່າວ​​ໃນ​ພິທີ​ວ່າ: ຈີນ​ໄດ້​​ກາຍ​ເປັນ​ຄູ່​ການ​ຄ້າ​​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊຽນ​ 7 ປີ​ຕິດ​ຕໍ່​ກັນ ​ແລະ​ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີສາມ​ຂອງ​ຈີນ​ 5 ປີ​ຕິດຕໍ່​ກັນ ທັງ​ເປັນ​ຕະຫຼາດ​ສົ່ງ​ອອກ​​ໃຫຍ່​ອັນ​ດັບ​ສີ່ ​ແລະ​ແຫຼ່ງນຳ​ເຂົ້າ​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​ຈີນ. ການ​ສ້າງ​ຕັ້ງ​​ເມືອງ​ນິ​ເວດ​ນີ້ ​​ກໍເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ​ການ​ຄ້າ, ອາຫານ​, ວັດທະນະທຳ, ການທ່ອງທ່ຽວ ​ແລະ​ອື່ນໆ, ຂະນະ​ດຽວ​ກັນ​ກໍ​​ເພື່ອ​ເຮັດ​ໃຫ້​ການ​ຄ້າ​ຄ່ອງ​ໂຕ ​ແລະ​ເຂັ້ມ​ແຂ​ງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ