ຈີນ​ບໍ່​ໄດ້​ສະກັດ​ກັ້ນ​ປະຊາຊົນ​ມຽນມາ​ຂ້າມ​ແດນ​ເຂົ້າມາ​ລີ້​ໄພສົງຄາມ
2017-01-18 10:45:04  cri 
​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ 16 ມັ​ງກອນ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຕາມ​ທີ່ສື່​ມວນ​ຊົນ​ມຽນມາລາ​ຍງານນັ້ນ, ກອງທັບ​ມຽນມາ​​ໄດ້​ຍິງ​ປະ​ທະ​ກັບກຸ່ມອິດສະຫຼະ​ຄາ​ຊິນ​ຢູ່​ເຂດ​ລັດ​ຄາ​ຊິນເມື່ອ​ມໍ່ໆ​ນີ້ ​ເຊິ່ງ​ເຮັດ​ໃຫ້​ປະຊາຊົນ​ເຂດ​ຊາຍ​ແດນ​ຢູ່ລັດ​ດັ່ງກ່າວ​ 4000 ກວ່າ​ຄົນຈະ​ຂ້າມ​ແດນ​​ເຂົ້າມາປະ​ເທດ​ຈີນ​ເພື່ອ​ລີ້​ໄພ,​ແຕ່​ຖືກ​ຝ່າຍ​ຈີນ​ປະຕິ​ເສດ. ​ຈີນ​ຈະຄິດແນວ​ໃດ​ຕໍ່​ການ​ລາຍ​ງານ​ຂ່າວ​ດັ່ງກ່າວ.

ໂຄສົກ​ສະຖານທູດ​ຈີນ​ປະຈຳ​ມຽນມາ​ຢືນຢັນ​ວ່າ ຕາມ​​ໄດ້​ຊາບ, ອົງການ​ປົກຄອງ​ລັດ​ກະ​ລຽນ​ມຽນມາ​ໄດ້​ເພີ່ມ​ມາດ​ຕະການ​ຍົກຍ້າຍ​ແລະ​ຄຸ້ມ​ຄອງ​ປະຊາຊົນ​ເຂດ​ຊາຍ​ແດນ​ ທັງ​ຮຽກຮ້ອງ​ໃຫ້​ປະຊາຊົນ​ເຫຼົ່າ​ນີ້​ຢ່າ​ເຂົ້າໄປ​ລີ້​ໄພ​ສົງຄາມ​ຢູ່​ຈີນ​ເວັ້ນ​ເສຍ​ແຕ່​ບໍ່​ມີ​ທາງ​ອອກ​ແທ້ໆ. ຂະນະ​ທີ່​ຈີນ​ບໍ່​ໄດ້​ສະກັດ​ກັ້ນ​ປະຊາຊົນ​ມຽນມາ​ຂ້າມ​ແດນ​ເຂົ້າມາ​ລີ້​ໄພ​ຢູ່​ປະ​ເທດ​ຕົນ. ຄວາມ​ຈິງ​ແລ້ວ, ​ເມື່ອພິຈາລະນາ​​ເຖິງ​ມະນຸດສະທຳ, ຈີນ​ໄດ້​ຊ່ວຍ​ເຫຼືອ​ປະຊາຊົນ​ເຂດ​ຊາຍ​ແດນ​ມຽນມາ​ຜູ້​ລີ້​ໄພ​ທັງ​ອາຫານ,ຢາ​ປິ່ນປົວ​ ​ແລະ​ອື່ນໆ​ມາ​ໂດຍ​ຕະຫຼອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ