ວິ​ສາ​ຫະກິດ​ຈີນ-ລາວ​ຮ່ວມ​ຫາລື​​​ພັດທະນາ​ໄຟຟ້າ​ນ້ຳຕົກ
2017-01-18 16:28:22  cri 
ທ່ານບຸນ​ອູ້ມສີ​ວັນ​ເພັງ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ໄຟຟ້າລາວ​ພ້ອມ​ຄະນະ​ໄດ້​ເດີນທາງ​ ​ຢ້ຽມຢາມ​ເມືອງ​ຄຸນ​ມິ​ງ​ແຂວງ​ຢຸນນານ ສປ ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 16 ມັງກອນ​ນີ້ ທັງ​ໄດ້​ຮ່ວມ​ສະຫຼອງບຸນປີ​ໃໝ່​ຈີນກັບ​ບໍລິສັດ​ໄຟຟ້າ​ສາຍ​ກາບ​ໄຟຟ້າ​ຢູ​ເຊິ​ນຄຸນ​ມິ​ງ.

​ໂອກາດ​ດັ່ງກ່າວ, ທ່ານບຸນ​ອູ້ມ ສີ​ວັນ​ເພັງ ຢືນຢັນ​ວ່າ ການ​ສ້າງ​ປະ​ເທດ​ຮັ່ງ​ມີ​ດ້ວຍ​ໄຟຟ້າ​ນ້ຳຕົກ​ເປັນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ຂອງ​ລາວ, ຂະນະ​ທີ່ ປັດຈຸບັນ​ຢູ່​ລາວ​ຍັງ​ບໍ່​ທັນ​ມີ​ໂຮງງານ​ຜະລິດອຸປະກອນ​ຜະລິດ​ໄຟຟ້າ​ໃຫຍ່​ເທື່ອ​ໂດຍ​ເຄື່ອງ​ອາ​​ໄຫຼ່​ແລະຊິ້ນ​ສ່ວນ​ຈັກ​ຜະລິດ​ໄຟຟ້າ​ຊະນິດ​ຕ່າງໆ​ຕ້ອງ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ​100%. ສຳລັບ​ໂຄງການ​ຮ່ວມ​ມື​ກັບ​ບໍລິສັດ​ຢູ​ເຊິ​ນ​ເປັນ​ມາດ​ຕະການ​ປະດິດ​ສ້າງ​ການຜະລິດ​ອຸປະກອນ​ຜະລິດ​ໄຟຟ້າ​ລາວ ​ເຊິ່ງຈະ​ສ້າງ​ປະຫວັດ​ການ​​ໃນ​ຂະ​ແໜງ​ການ​ອຸດສາຫະກຳ​ລາວ​ແລະ​ຈາກ​ການ​ໃຫ້​ຄວາມ​ສຳຄັນ​ສູງ​ຂອງລັດຖະບານ​ລາວ​​. ບໍລິສັດ​ໄຟຟ້າ​ລາວ​ຈະຕັ້ງໜ້າ​ປະຕິບັດ​ເປົ້າ​ໝາຍ​ນີ້​​ເພື່ອ​ຮັບປະກັນ​​ໃຫ້ໂຄງການ​ດັ່ງກ່າວ​ດຳ​ເນີນ​ໄປ​ດ້ວຍ​ດີ.

ທັງ​ສອງ​ຝ່າຍ​ລາວ​ຈີນ​ຢືນຢັນ​ຈະ​ສ້າງໂຮງງານ​ຜະລິດ​ອຸປະກອນ​ຜະລິດ​ໄຟຟ້າ​​ແລະ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ພະລັງງານ​ໄຟຟ້າ​ລາວ​ໃຫ້​ເປັນ​ວິ​ສາ​ຫະກິດ​ນຳໜ້າ​ຂອງ​ຂະ​ແໜງ​ການນີ້​ໃນ 10 ປະ​ເທດ​ອາ​ຊຽນ.

ປີ 2016 ຜ່ານ​ມາ, ສອງ​ບໍລິສັດ​ດັ່ງກ່າວ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ໂດຍ​ກຳນົດ​ສ້າງ​ຕັ້ງ​ເຂດ​ນິຄົມ​ອຸດສາຫະກຳ​ການ​ຜະລິດ​ອຸປະກອນ​ພະລັງງານ​ໄຟຟ້າ​ແລະ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ພະລັງງານ​ໄຟຟ້າ​ຢູ່​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ