ອັງກິດ​ຈະ​ຖອນ​ອອກ​ຈາກ​ອີ​ຢູ​ແບບ​ແຂງ​ກະດ້າງ
2017-01-18 16:55:11  cri 

ທ່ານ​ນາງ​ເທ​ເຣຊາ ​ເມ ນາຍົກລັດຖະມົນຕີອັງກິດ​ໄດ້​ກ່າວ​ປາ​ໄສ​ກ່ຽວ​ກັບຫຼັກໝັ້ນຂອງປະ​ເທດ​ຕົນ​ໃນ​ການ​ເຈລະຈາ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ ຫຼື EU ຢູ່​ນະຄອນຫຼວງລອນ​ດອນ​ໃນ​ວັນ​ທີ 17 ມັງກອນ​ນີ້ ​ເຊິ່ງ​ເປັນ​ການສະ​ແດງ​ທ່າ​ທີຄັ້ງທຳ​ອິດ​ຂອງລັດຖະບານ​ອັງກິດ​ຕໍ່ຂັ້ນຕອນ​ການ​ຖອນ​ອອກ​ຈາກອີ​ຢູ ຫຼັງຮັບ​ເອົາ​ປະຊາ​ມະຕິ​​ແລະ​ຕົກລົງ​ຖອນ​ອອກ​ຈາກ​ອີ​ຢູ​ເມື່ອ​ເດືອນ​ມິຖຸນາປີຜ່ານມາ ​ເຮັດ​ໃຫ້​ວົງ​ການ​ພາຍ​ນອກ​ສົນ​ໃຈ​ເປັນ​ຢ່າງ​ຍິ່ງ.

ທ່ານ​ນາງ​ເທ​ເຣຊາ ​ເມ ກ່າວ​ວ່າ: ​ໃນ​ການ​ເຈລະຈາ​ກັບ​ສະຫະພາບ​ເອີຣົບ, ປະ​ເທດ​ຕົນ​ຈະ​ບໍ່​ສະ​ແຫວ​ງຫາ​ການ​ເຊັນ​ສັນຍາ​ໃດໆ ທີ່​ໃຫ້ອັງກິດ "​ເຄິ່ງຖອນ​ເຄິ່ງຢູ່​ໄວ້". ​ແນວ​ໃດ​ກໍ​ດີ ອັງກິດ​ຈະ​ສ້າງ "ສາຍ​ພົວພັນ​ສະ​ເໝີ​ພາບ​​ແບບ​ໃໝ່" ກັບ​ສະຫະພາບ​ເອີຣົບ ​ແລະ​ຖ້າ​ອັງກິດ​ບໍ່​ຖອນ​ອອກ​ຈາກ​ຕະຫຼາດຮ່ວມ ກໍ​ບໍ່​ສາມາດ​ເວົ້າ​​ວ່າ​ໄດ້​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບຢ່າງ​ແທ້​ຈິງ.

​​ໃນ​ການ​ກ່າວ​ປາ​ໄສ​ດັ່ງກ່າວ, ທ່ານ​ນາງ​ເທ​ເຣຊາ ​ເມ ບໍ່​ໄດ້​ສະ​ແດງ​ທ່າ​ທີ​ຂອງ​ຕົນ​ຕໍ່ບັນຫາ​ທີ່​​ອັງກິດ​ຈະ​ສືບ​ຕໍ່​ຢູ່​ໃນ​ສະຫະພັນ​ດ່ານພາສີສະຫະພາບ​ເອີຣົບ ຫຼື ບໍ່ ​​ໂດຍພຽງ​ແຕ່​ກ່າວ​ຫວັງ​ວ່າ​ອັງກິດ​ຈະສາມາດ​ບັນລຸ​ສັນຍາ​ດ່ານ​ພາສີ​ກັບປະ​ເທດ​ໃນ​ສະຫະພາບ​ເອີຣົບ. ຂະນະ​ດຽວ​ກັນ​ກໍບໍ່​ໄດ້​ເວົ້າລະອຽດ​ກວ່າ​ນີ້​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ