ປະທານ​ປະ​ເທ​ດຈີນ​ພົບ​ປະ​ກັບ​ປະທານ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ
2017-01-18 16:55:47  cri 
ວັນ​ທີ 17 ມັງກອນ​ນີ້, ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ຄລາວ​ສ໌ ຊີວາ​ບ ປະທານ​​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ຢູ່​ເມືອງ​ດາວົດສ໌ປະ​ເທດສະ​ວິສ.

ທ່ານ ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ປັດຈຸບັນ, ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ນັບ​ມື້​​​ເພີ່ມ​ຂຶ້ນ​ແລະ​ອຸດົມສົມບູນ​ຂຶ້ນ ທັງ​ໄດ້​ຮັບ​ໝາກຜົນ​​ນັບ​ມື້ຫຼາຍ​ຂຶ້ນ. ​ເວທີ​ປຶກສາ​ຫາລື​ດາວົສ໌ລະດູ​ຮ້ອນ​ໄດ້ຈັດ​ຂຶ້ນ​ 10 ຄັ້ງ​ດ້ວຍ​ຜົນສຳ​ເລັດ ​ເຊິ່ງ​ໄດ້​ສ້າງ​ອິດ​ທິພົນ​ໃນ​ໂລກ​ນັບ​ມື້​ກວ້າງຂວາງ. ​​ແນວ​ໃດ​ກໍ​ດີເຊື່ອ​ວ່າຈາກ​ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ຊຸກຍູ້​ຈາກ​ປະທານຄລາວ​ສ໌ ຊີວາ​ບ, ອະນາຄົດ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ເວທີ​ປຶກສາ​ຫາລື​ເສດຖະກິດ​​ໂລກ​ຈະ​ນັບ​ມື້​ນັບ​ສົດ​ໃສຂຶ້ນ.

ທ່ານ ຊີວາ​ບ ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ອີກ​ເທື່ອ​ໜຶ່ງ​ຕໍ່​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງທີ່​ໄດ້​ກ່າວ​ປາຖະກະຖາ​ທີ່​ມີ​ຄວາມ​ໝາຍ​ເລິກ​​ເຊິ່ງ ​ແລະ ຈີນ​ໄດ້​ ​ສະໜັບສະໜູນ​ອັນ​ລ້ຳ​ຄ່າ​​ໃຫ້ແກ່​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ ​ໂດຍເວທີ​ນີ້​ກໍຍິນ​ດີ​​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ຈີນ,ຮ່ວມ​ກັນສຸມ​ທຸກຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ໂລກ.

ຫຼັງ​ການ​ພົບ​ປະ,ທ່ານ ສີ​ຈິ້ນ​ຜິ​ງ ​ແລະ ທ່ານ ຄລາວ​ສ໌ ຊີວາ​ບ ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​​ໃນການ​ເຊັນ​ "ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກັບ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​​ດ້ານ​ຍຸດ​ທະ​ສາດ​ຢ່າງ​ຮອບດ້ານ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ