ກິດຈະກຳ​ຕ້ອນຮັບ​ບຸນ​ກຸດ​ຈີນ​ແລະ​​ແລກປ່ຽນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນປີ 2017 ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ
2017-01-18 17:06:06  cri 
ຕາມ​ຂ່າວCRI: ກິດຈະກຳ​ຕ້ອນຮັບ​ບຸນ​ກຸດ​ຈີນ​ແລະ​​ແລກປ່ຽນ​​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນປີ 2017 ທີ່​ສະພາການ​ຄ້າ​ຈີນ-ອາ​ຊຽນ ​ແລະ ຄະນະ​ກຳມະການ​ປັກ​ກິ່ງ-ອາ​ຊຽນ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 17 ມັງກອນ​ນີ້ ​ໂດຍ​ເອກ​ອັກ​ຄະ​ລັດຖະທູດ​ແລະ​ຜູ້ຕາງໜ້າ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນປະຈຳ​ຈີນ​ໄດ້​ເຂົ້າ​ຮ່ວມ​ແລະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື.

​ໃນ​ກິດຈະກຳ​ໄດ້​ຈັດ​ "ພິທີ​ມອບ​ລາງວັນປະ​ກວດ​ວິ​ສາ​ຫະກິດ​ຈີນ​ທີ່​ເຂົ້າສູ່​ອາ​ຊຽນ​ແລະ​ວິ​ສາ​ຫະກິດ​ອາ​ຊຽນທີ່​ເຂົ້າ​ສູ່​ຈີນ" ປະຈຳ​ປີ ​ໂດຍກຸ່ມ​ບໍລິສັດ​ເບ​ຍລາວ​ໄດ້​ຮັບ​ "ລາງວັນ​ວິ​ສາ​ຫະກິດອາ​ຊຽນເຂົ້າ​ສູ່​ຈີນ​ທີ່​ດີ​ເດັ່ນປະຈຳ​ປີ 2016". ທ່ານ ສູ້​ນິງນິງ ປະທານຄະນະ​ບໍລິຫານ​ງານຂອງສະພາ​ການ​​ຄ້າ​ຈີນ​-ອາ​ຊຽນ​ໄດ້​ສະ​ເໜີ​ 3 ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ໃນ​ປີ 2017 ກໍ​ຄື​ໃນ​ອະນາຄົດ ຄືໜຶ່ງ,ສອງ​ຝ່າຍ​ຄວນ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອກະ​ພາບ ພ້ອມ​ທັງ​​ເພີ່ມ​ຄວາມ​ຮັບ​ຮູ້​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,ພ້ອມ​ກັນ​ຊຸກຍູ້ຂະ​ບວນການ​ເສດຖະກິດ​ຂອງ​ພາກ​ພື້ນ​ໃຫ້​​ເຊື່ອມ​ໂຍງ​ເຂົ້າກັນ, ຮ່ວມ​ກັນ​ຊຸກຍູ້​ການ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ບົນ​ພື້ນຖານ​ການ​ປຶກສາ​ຫາລື,ກໍ່ສ້າງ​ແລະ​ຊົມ​ໃຊ້ຮ່ວມ​ກັນ; ​ສອງ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຄວນ​ໄດ້​ຮັບ​ການ​ເພີ່ມ​ທະວີ​ແລະ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ເຊິ່ງລວມທັງ​ການ​ເລັ່ງລັດ​ປັບປຸງກົນ​ໄກ​ການຮ່ວມ​ມື​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ໃຫ້​ດີ​ຂຶ້ນ​ພ້ອມ​ທັງ​ເສີມ​ຂະຫຍາຍ​ບົດບາດ​ໃຫ້​ດີ,​ເພີ່ມ​ທະວີ​ແລະ​ປັບປຸງການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໃຫ້ອຸດົມ​ສົມບູນ​ຂຶ້ນ ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ສົນ​ໃຈ​ຂອງ​ສອງ​ຝ່າຍ​ແລະ​ຍົກ​ສູງ​ປະສິດທິ​ພາບ​ການ​ຮ່ວມ​ມື ​ແລະ ສາມ,ນັກທຸລະກິດ​ຂອງ​ສອງ​ຝ່າຍ​ຄວນ​ກຳ​​ແໜ້ນທ່າ​ອ່ຽງ​ແຫ່ງ​ການ​ຮ່ວມ​ມື​ທີ່​ເປັນ​ປະ​ໂຫຍ​ດຢ່າງ​ຕັ້ງໜ້າ, ພັດທະນາ​ການ​ຮ່ວມ​ມື​ກັນ​,ຄວນ​ເສີມ​ຂະຫຍາຍ​ບົດບາດປະດິດ​ສ້າງ​ໃໝ່​ຂອງ​ນັກທຸລະກິດ​ຢ່າງ​ເຕັມ​ສ່ວນ​ເພື່ອຮ່ວມ​ມື​ທາງ​ເສດຖະກິດ​ຂອງ​ພາກ​ພື້ນ​ໃຫ້​ສົດ​ໃສຂຶ້ນຕື່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ