ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ຊຽນຫຼຸດ​ລົງບໍ່​​ແມ່ນ​ເລື່ອງ​ທີ່​ໜ້າ​ເປັນ​ຫ່ວງ
2017-01-18 16:52:56  cri 
ວັນ​ທີ 17 ມັງກອນ​ນີ້, ທ່ານ​ສູ​ນິງນິງ ປະ​ທານ​​ສະມາຄົມ​ການ​ຄ້າ​ຈີນ-ອາ​ຊຽນກ່າວ​​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ວ່າ: ການຫຼຸ​ດລົງ​ຂອງ​ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ໃນ​ປີ 2016 ​ບໍ່ແມ່ນ​ເລື່ອງ​ທີ່​ໜ້​າ​ເປັນ​ຫ່ວງ, ​ແຕ່​ສອງ​ຝ່າຍ​ຕ້ອງ​​ໄດ້ປະກອບສ່ວນ​ ບູລະນະອົງ​ປະກອບ​ການ​ຄ້າ ​ແລະ​ອົງ​ປະກອບ​ອຸດສາຫະກຳ​​ໃຫ້​ດີກ​ວ່າ​​ເກົ່າ.

ປັດ​ຈຸ​ບັນ, ຈີນ​​ໄດ້​ລົງທຶນຢູ່​ອາ​ຊຽນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າການ​ຄ້າ​​ໃນ​ອະນາຄົດ​ຈະ​​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​​ເກົ່າ ​​ໂດຍໃນ​ປີ 2017, ບັນດາ​ປະ​ເທດ​ໃນ​ອາ​ຊຽນ​ເສດຖະກິດຈະ​ມີ​ຈັງຫວະເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ ​​ເຊິ່ງຈະສ້າງໂອກາດການ​ຄ້າ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ວິ​ສາ​ຫະກິດ​ຈີນ ​ແລະ​ການຍົກ​ລະດັບເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ ກໍ​ຄື​ການ​ຊຸກຍູ້​ການ​ຮ່ວມ​ມື​ຄວາມ​ສາມາດ​ທາງ​ການ​ຜະລິດ. ຂະນະ​ດຽວ​ກັນ​ກໍຈະ​ເຮັດ​ໃຫ້ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ລະຫວ່າງ​ສອງ​ຝ່າຍ​ແໜ້ນ​​​ແຟ້ນຍິ່ງໆ​ຂຶ້ນ.

ທັງ​ນີ້​ການ​ຂົນ​ສົ່ງ​ທາງ​ອາກາດ​ກໍ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ຈະ​ເຮັດ​ໃຫ້ການ​ຄ້າ​ສອງ​ຝ່າຍ​ສົດ​ໃສ​ໂດຍ​ເຫັນ​ໄດ້​ໃນທຸກ​ອາທິດ​ມີ​ເຖິງ 1000 ຖ້ຽວ​ບິນ ​ເຊິ່ງຈະ​ສາມາດ​ສ້າງຄວາ​ມເຊື່ອ​ໝັ້ນ​ໄດ້​ວ່າ: ປີ​ນີ້, ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ການ​ຄ້າ​ຈີນ-ອາ​ຊຽນຈະ​ສົດ​ໃສກວ່າ​ເກົ່າ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ