ນັກ​ທ່ອງ​ທ່ຽວ​ຈີນ​ເດີນທາງ​ໄປ​ທ່ຽວໄທ​ເພີ່ມ​ຂຶ້ນ​ປະມານ 3 ​ເທົ່າ​​ໃນ 4 ປີຜ່ານມາ
2017-01-19 10:49:35  cri 
ທ່ານ​ນາງ​ພິນ​ນາດ​ຈະ​ເລີ​ນ​ພົນ ຫົວໜ້າ​ສຳນັກງານ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ປະຈຳ​ຄຸນ​ມິ​ງປະ​ເທດ​ຈີນ​ຢືນຢັນ​ໃນ​ວັນ​ທີ 18 ມັງກອນ​ນີ້​ວ່າ: ​ໄລຍະ 4 ປີຜ່ານມາ,ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນທາງ​ໄປ​ທ່ຽວ​ໄທ​ໄດ້​ເພີ່ມ​ຈາກ 2 ລ້ານ​ກວ່າ​ເທື່ອ​ຄົນ​ຂຶ້ນ​ເຖິງ 8 ລ້ານ 7 ​ແສນ 7 ໝື່ນ​ເທື່ອ​ຄົນ​ເມື່ອ​ປີ 2016 ຜ່ານ​ມາ.

ທ່ານ​ນາງ​​ພິນ​ນາດ​ຈະ​ເລີ​ນ​ພົນ ໃຫ້​ຮູ້​ວ່າ: ກ່ອນ​ໜ້າ​ນີ້ 4 ປີ, ​ເມື່ອຕົນຫາ​ກໍ​ມາ​ດຳລົງ​ຕຳ​ແໜ່​ງຢູ່​ເມືອງ​ຄຸນ​ມິ​ງນັ້ນ​, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນທາງ​ໄປ​ທ່ຽວ​ ​​ໄທ​ມີ 2 ລ້ານ​ເທື່ອ​ຄົນ, ​ໃນ​ນີ້, ຄະນະ​ທ່ອງ​ທ່ຽວ​ກວມ 70%. ສ່ວນ​ປັດຈຸບັນ,ນັກ​ທ່ອງ​ທ່ຽວ​ຈີນ​ບໍ່​ໄດ້​​ເນັ້ນ​ເມືອງ​ທ່ອງທ່ຽວ​ທີ່​ມີ​ຊື່​ສຽງ​ອີກ​ຕໍ່​ໄປ​ແລ້ວ,ຫາກ​​ໄດ້​ກະຈາ​ຍ​ໄປ​ທ່ຽວ​ຫຼາຍ​ໆ​ບ່ອນ​ໃນ​ທົ່ວ​ປະ​ເທດ​ໄທ, ​ໃນ​ນີ້, ການ​ໄປທ່ຽວ​​ໂດຍ​ຕົນເອງ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ເປັນ​ຕົ້ນ​ແຂວງ​ຢູນນານ,​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ, ​ແຂວງ​ກຸ້ຍ​ໂຈ່​ວທີ່​ຮັບຜິດຊອບ​ບໍລິການໂດຍສຳນັກງານ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ປະຈຳ​ຄຸນ​ມິ​ງນັ້ນ,ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ ​ໄທ​ເອງ​ໄດ້​ເພີ່ມ​ຂຶ້ນ​ແຕ່ 40%-45%.

ທ່ານ​ນາງ​​ພິນ​ນາດ​ຈະ​ເລີ​ນ​ພົນ ​ຄາດ​ຄະ​ເນ​ວ່າ: ປີ 2017 ນີ້, ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ໄປ​ທ່ຽວໄທ​ຍັງ​ຈະ​ເພີ່ມ​ຂຶ້ນຕໍ່​ເນື່ອງ ​ແລະ​ໄທ​ຈະ​ໂຄສະນາ "ການທ່ອງທ່ຽວທີ່​ມີ​ຄຸນ​ນະພາ​ບ" ສະ​ເພາະ​ນັກ​ທ່ອງ​ທ່ຽວ​ຈີນ​ໂດຍ​ສືບ​ຕໍ່​ ​ເຊີນ​ສື່​ມວນ​ຊົນມາ​ທັດສະນະ​ສຶກສາ​ຢູ່​ໄທ​​​ແລະ​​ເປີດ​ໂອກາດ​ໃຫ້​ນັກ​ທ່ອງ​ທ່ຽວຈີນ​​ເດີນທາງ​ໄປ​ທ່ຽວ​ຄື​ກັບ​ຄົນ​ໄທ​ເພື່ອ​ຈະ​ໄດ້ປະສົບ​ການທ່ອງທ່ຽວ​ທີ່ພິ​ເສດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ