ເສດຖະກິດ​ອາຊີ​ສືບ​ຕໍ່​ເປັນ​ຈຸດ​ເດັ່ນ​ຂອງ​ໂລກ
2017-01-19 15:55:40  cri 
ອົງການ​ສະຫະ​ປະຊາ​ຊາດ​​ໄດ້ເຜີຍ​ແຜ່​ບົດ​ລາຍ​ງານ​ວິ​ໄສ​ທັດ​ສະພາບ​ເສດຖະກິດ​ໂລກ 2017 ​ໃນ​ວັນ​ທີ 17 ມັງກອນ​ນີ້​​ໂດຍ​ຊີ້​ໃຫ້​ເຫັນວ່າ: ​ເຖິງ​ວ່າ​ເສດຖະກິດ​ໂລກ​ຂະຫຍາຍຕົວ​ຢ່າງ​ຊັກ​ຊ້າ,ການ​ຄ້າ​ແລະ​ການ​ລົງທຶນ​​ໃນທົ່ວ​ໂລກ​ຊຸດ​​ໂຊມ​ກໍ​ຕາມ, ​ແຕ່​​ເສດຖະກິດ​ອາຊີ​ປີ​ນີ້​ຄາດ​ວ່າ​ຈະ​ຮັກສາ​ທ່ວງທ່າ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​​ແລະ​ສືບ​ຕໍ່​ກາຍ​ເປັນ​ຈຸດ​ເດັ່ນ​ຂອງ​ເສດຖະກິດ​ໂລກ.

ບົດ​ລາຍ​ງານ​ສະບັບ​ດັ່ງກ່າວ​ລະບຸ​ວ່າ: ​ເນື່ອງ​ຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ການອຸປະ​ໂພ​ກ​ແລະບໍລິ​ໂພ​ກ​ເຂັ້ມ​ແຂງ​ແລະ​ລາຍ​ຈ່າຍ​ຂອງ​ລັດຖະບານ​ໄດ້​ທົດ​ແທນ​ຜົນ​ເສຍ​ຫາຍຈາກຄວາມ​ບໍ່​ພຽງພໍ​ດ້ານ​ການ​ສົ່ງ​ອອກ ຈິ່ງ​ເຮັດ​ໃຫ້​ເສດຖະກິດອາຊີຕາເວັນອອກແລະອາຊີໃຕ້​ໃນ​ປີ2016ຜ່ານມາ​ເຕີບ​ໂຕ​ໃນ​ລະດັບ 5,7% ​ເຊິ່ງ​ເທົ່າ​ກັບ​ປີ 2015.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ: ອາຊີ​ໃຕ້​ເປັນ​ເຂດ​ໜຶ່ງທີ່​ເສດຖະກິດ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ທົ່ວ​ໂລກ ​ໂດຍ​ປີ 2016 ​​ເພີ່ມ​ຂຶ້ນ 6,7%​ແລະຄາດ​ວ່າ​ປີ​ນີ້​ແລະ​ປີໜ້າ​ຈະ​ເຕີບ​ໂຕ​ເຖິງ 6,9%​ແລະເນື່ອງ​ຈາກ​ການ​ສົ່ງ​ອອກ​ກວມ​ອັດຕາ​ສ່ວນ​ບໍ່​ຫຼາຍ​ໃນ​ເສດຖະກິດ​ຂອງ​ອິນ​ເດຍ ຈິ່ງ​ຈະ​​ໄດ້​ຮັບ​ຜົນ​ກະ​ທົບ​ໜ້ອຍ​ຈາກ​ການ​ປ່ຽນ​ແປງ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ທົ່ວ​ໂລກ ​ເຊິ່ງຄາດ​ວ່າ​ປີ​ນີ້​​ເສດຖະກິດ​ອິນ​​ເດຍຈະ​ເຕີບ​ໂຕ 7,7%, ປີໜ້າ 7,6%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ