ລາວ​ຢືນຢັນ​ຈະ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ລາວ-ຈີນ​ໃຫ້​ໝັ້ນ​ແກ່ນ
2017-01-19 10:30:46  cri 

ຫວ່າງ​ມໍ່ໆ​ມາ​ນີ້​, ທ່ານ​ພັນ​ຄຳ ວິພາ​ວັນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງພັກ, ຜູ້​ປະຈຳການ​ຄະນະ​ເລຂາ​ທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ​ລາວ ​ໄດ້​ກ່າວ​ໃນ​ໂອກາດຕ້ອນຮັບ​ການ​ເຂົ້າຢ້ຽມ​ອຳ​ລາ​ຂອງ​ທ່ານ​ກ່ວນຮວາ​ປິ່ນ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ລາວ ​​ວ່າ: ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ລາວ-ຈີນ​ໄດ້​ພັດທະນາ​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ຕໍ່ໜ້າ, ສອງ​ຝ່າຍ​ຈະ​ຮ່ວມ​ມື​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ລາວ-ຈີນ​ໃຫ້​ໝັ້ນ​ແກ່ນ.

ນອກ​ນີ້, ທ່ານ​ ​ພັນຄຳ ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ລາວ-ຈີນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ແລະ​ເນັ້ນວ່າ ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນ​ປະຫວັດສາດ ທັງ​ເຊື່ອ​ວ່າຈາກ​ການ​​ເອົາ​ໃຈ​ໃສ່​ແລະຊີ້​ນຳຂອງ​ຜູ້ນຳ​ສອງ​ພັກ-ສອງ​ລັດ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ຍຶດໝັ້ນ​ຈິດ​ໃຈ "ສີ່​ດີ" ​ແລະ​ຮ່ວມ​ມື​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ລາວ-ຈີນ​ໃຫ້​ໝັ້ນ​ແກ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ