ງານ​ວາງສະ​ແດງ​ "ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສາຍຕາ​ຂອງ​ສິລະ​ປິນ​ໄທ" ຈັດ​ຂຶ້ນຢູ່​ບາງກອກ
2017-01-19 15:39:30  cri 

ງານວາງສະ​ແດງ​ "ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສາຍຕາ​ຂອງ​ສິລະ​ປິນ​ໄທ" ​​​ເຊິ່ງ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ກິດຈະກຳ​ຕ່າງໆ​ເພື່ອ​ສະຫຼອງບຸນ​ກຸດ​ຈີນ 2017 ​ໄດ້ເລີ່​ມ​ເປີດ​ສາກຂຶ້ນຢູ່​ສູນວັດທະນະທຳ​ຈີນ ນະຄອນຫຼວງບາງກອກປະ​ເທດ​ໄທ​ຫວ່າງ​ມໍ່ໆ​ນີ້ ​​ໂດຍ​ທ່ານ​ນິ້ງຟູ້ຂຸຍ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ, ​ເຈົ້າຄຸນ​ທອງ​ໄຊ ຮອງ​ພະ​ສັງຄະ​ລາດ, ປະທານ​ສະພາ​ມົນຕີ​ມູນ​ນິທິຣົ້ມຊັດ ​ເຂົ້າຮ່ວມ ​ແລະ​ປາ​ໄສ​ໃນ​ພິທີ​ດັ່ງກ່າວ​.

​ໄທ​ໃນ​ຖານະ​ເປັນ​ໜຶ່ງ​ໃນ​ປະ​ເທດ​ສຳຄັນ​ທີ່ຢູ່​ຕາມ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ ກໍ​ໄດ້​ສ້າງຄວາມ​ເຂົ້າ​ໃຈ​ກັນ​, ​ແລກປ່ຽນ​ວັດທະນະທຳ, ​ເສີມ​ສ້າງ​ມິດຕະພາບກັບປະ​ເທດ​ອື່ນໆ​ຢ່າງ​ບໍ່​ຢຸດ​ຢັ້ງ. ຂະນະ​ທີ່​ໃນ​ງານ​ວາງສະ​ແດງ​ຄັ້ງນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້ສຶກ​ແລະ​ຄວາມ​ເຂົ້າ​ໃຈ​ຂອງ​ສິລະ​ປິນ​ໄທ​​ຕໍ່​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ ລວມທັງ​ໄດ້​ວາງສະ​ແດງ​ຜົນງານ​ຂອງ​ສິລະ​ປິນ​ໄທ​ແລະ​ຈີນຫຼາຍທ່ານ. ​ຜົນງານ​ສິລະ​ປະ​ຕ່າງໆຢູ່​ສູນວັດທະນະທຳຈີນ ນະຄອນຫຼວງບາງກອກ ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 14 ມັງກອນຫາ​ວັນ​ທີ 7 ກຸມພາ ​ໂດຍ​ທ່ານ​ສາມາດ​ເຂົ້າ​ໄປ​​ເບິ່ງ​ໄດ້​ຕາມ​ວັນ​ເວລາ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ