ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ອົງການ​ອະນາ​ໄມ​ໂລກ
2017-01-19 15:56:04  cri 

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ໄປຢ້ຽມຢາມອົງການ​ອະນາ​ໄມ​ໂລກ​ທີ່​ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່​ເຊີ​ແນວ ​ແລະ ພົບ​ປະ​ກັບ​ທ່ານ​ນາງມາ​ກາ​ເລັດ​ເຈັນ ຜູ້ອຳນວຍ​ການ​ໃຫຍ່​ອົງການ​ດັ່ງກ່າວ ​ໃນ​ວັນ​ທີ 18 ມັງກອນ​ນີ້.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ປັດຈຸບັນ, ຈີນ​ພວມ​ຊຸກຍູ້​ການສົ່ງ​ເສີມສຸຂະພາບຂອງ​ປະຊາຊົນ, ຂະນະ​ທີ່​ສຸຂະພາບຂອງ​ທົ່ວ​ປວງ​ຊົນ​​ແມ່ນ​ພື້ນຖານ​ຂອງການ​ບັນລຸ​ເປົ້າໝາຍ​ສູ້​ຊົນ "ໜຶ່ງ​ຮ້ອຍ​ປີ​ສອງ​​ເຫດການ" ຂອງ​ຈີນ. ​ແນວ​ໃດ​ກໍ​ດີ, ຈີນ​ໄດ້​ກຳນົດ​ພາລະກິດ​ສາທາລະນະ​ສຸກ​​ເປັນບູລິ​ມະ​ສິດ​ຢູ່​ໃນ​​ຍຸດ​ທະ​ສາດ​ພັດທະນາ​ ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ແລະ​ຍິນ​ດີ​ທີ່​ອົງການ​ອະນາ​ໄມ​ໂລກທີ່​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​​ທາງ​ວິຊາ​ສະ​ເພາະ​ໃຫ້ແກ່ການ​ສົ່ງ​ເສີມສຸຂະພາບ​ຂອງ​ຈີນຫຼາຍກວ່າ​ເກົ່າອີກ.

ທ່ານມາ​ກາ​ເລັດ​ເຈັນ ກ່າວ​ວ່າ: ​ໃນ​ໄລຍະຜ່ານ​ມາ, ຈີນ​ໄດ້​ປະກອບສ່ວນ​ທີ່ສຳຄັນ​​ເຂົ້າ​ໃນ​ພາລະກິດ​ສາທາລະນະ​ສຸກ​ທົ່ວ​ໂລກ ​ແລະ ວຽກ​ງານ​ຂອງ​ອົງການ​ຕົນ. ຂະນະ​ທີ່​ອົງການຕົນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ຈີນ​ລົງ​ເລິກ​ປະຕິ​ຮູບ​​ການ​ປິ່ນປົວສຸຂະພາບ​ແລະ​ສາທາລະນະ​ສຸກ, ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ​ເພື່ອ​ຍົກ​ລະດັບ​ສາທາລະນະ​ສຸກ​ຂອງ​ປະ​ເທດ​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໃຫ້​ສູງ​ຂຶ້ນ.

ຫຼັງສຳ​ເລັດ​ການພົບ​ປະ​, ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ນາງມາ​ກາ​ເລັດ​ເຈັນ ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ໃນ​ພິທີລົງ​ນາມ​ໃນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ລະຫວ່າງ​ຈີນ-ອົງການ​ອະນາ​ໄມ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ