ກອງ​ປະຊຸມ​ເວທີ​ປຶກສາ​ຫາລືການທ່ອງທ່ຽວ​ອາ​ຊຽນ​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ
2017-01-19 11:49:19  cri 
ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການທ່ອງທ່ຽວ​ອາ​ຊຽນປີ 2017 ​ໄດ້​ໄຂ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ຕອນ​ຄ່ຳ​ວັນ​ທີ 18 ມັງກອນ​ນີ້ ​ໂດຍ​ທ່ານ ລີ​ສຽນ​ລຸງ ນາຍົກລັດຖະມົນຕີສິງກະ​ໂປ​ໄດ້​ປະກາດ​ແຜນການພັດທະນາ​ວຽກ​ງານ​ນີ້ຢ່າງ​ເປັນທາ​ງການ​​ ​ເພື່ອ​ສ້າງ​ອາ​ຊຽນ​ເປັນ​ຈຸດໝາຍ​ປາຍທາງ​ແຫ່ງ​ການທ່ອງທ່ຽວ​ ​ແລະ ຫວັງ​ວ່າ​ປີ 2017, ຈຳນວນ​ຄົນ​ຕ່າງປະ​ເທດ​ທີ່​ເຂົ້າ​​​ມາ​ທ່ຽວປະ​ເທດ​ໃນອາ​ຊຽນຈະມີ​ເຖິງ 121 ລ້ານ​ເທື່ອ​ຄົນ.

ທ່ານ ຫຼີສຽນ​ລຸງ ​ເຫັນ​ວ່າ: ບັນດາ​ປະ​ເທດ​ອາ​ຊຽນ​ຕ່າງ​ກໍມີ​ຊັບພະຍາກອນ​​ການທ່ອງທ່ຽວ​ທີ່​ອຸດົມ​ສົມບູນ, ສະ​ນັ້ນ​ຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າ​ວຢ່າງ​ແນ່ນອນ. ຈາກ​ນີ້ບັນດາ​ປະ​ເທດ​ໃນ​ອາ​ຊຽນຄວນ​ຮ່ວມ​ມື​ກັນ ​ເພື່ອ​ພ້ອມ​ກັນ​ສ້າງ​ຂະ​ແໜງ​ການທ່ອງທ່ຽວ​ໃຫ້ສົດ​ໃສ.

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການທ່ອງທ່ຽວ​ປີ 2017 ​​ເນັ້ນ​ຫົວ​ຂໍ້ "ພ້ອມ​ກັນ​ສ້າງ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ພວກ​ເຮົາ",​ໂດຍ​ຈະດຳ​​ເນີນ​ເປັນ​ເວລາ 5 ວັນ​ແລະ​ໃນ​ເວລາ​ປຶກສາ​ຫາລື​ດັ່ງກ່າວ​ຈະ​ຈັດ​ກອງ​ປະຊຸມ​ອົງການ​ທ່ອງ​ທ່ຽວປະ​ເທດ​ອາ​ຊຽນ, ກອງ​ປະຊຸມ​ລັດຖະມົນຕີ​ທ່ອງທ່ຽວ​ອາ​ຊຽນ, ກອງ​ປະຊຸມ​​ແນະນຳ​ການທ່ອງທ່ຽວ​ອາ​ຊຽນ​ແລະ​ງານ​ວາງສະ​ແດງ​ການທ່ອງທ່ຽວ​ຂະໜາດ​ໃຫຍ່​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ