ທ່ານ​ສີ​ຈິ້ນ​ຜີ​ງສະ​ແດງ​ວິ​ໄສ​ທັດ​ການສ້າງ​ປະຊາ​ຄົມ​ຮ່ວມ​ຊ​ະຕາກຳ​ຂອງ​ມະນຸດ​ແລະ​ບັນລຸການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ
2017-01-19 10:25:09  cri 

ວັນ​ທີ 18 ມັງກອນ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ສູງ​ຢູ່​ວັງ​ນານາ​ຊາດ​​​ເຊີ​ແນວ​​ໃນ​ຫົວ​ຂໍ້ "ຮ່ວມ​ກັນ​ປຶກສາ​ຫາລື​ແລະ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະຕາກຳ​ຂອງ​ມະນຸດ", ​ແລະ​​ໄດ້​ສະ​ແດງ​ວິ​ໄສ​ທັດ​ໃນ​ຫົວ​ຂໍ້ "ຮ່ວມ​ກັນ​ສ້າງ​ປະຊາ插入图片​ຄົມ​ຮ່ວມ​ຊະຕາກຳ​ຂອງ​ມະນຸດ".

​ໃນ​ການ​ປາຖະກະຖາ​ດັ່ງກ່າວ, ທ່ານ​ສີ​ຈິ້ນ​ຜີ​ງຊີ້​ໃຫ້​ເຫັນ​ວ່າ, ຈີນ​ຍຶດໝັ້ນ​​ຄວາມ​ສະ​ເໝີ​ພາບດ້ານ​ອະທິປະ​ໄຕ, ພວກ​​​ເຮົາ​ຄວນ​ຊຸກຍູ້​ສາຍ​ພົວພັນ​ສາກົນ​ຫັນ​ເປັນ​ແບບ​ປະຊາທິປະ​ໄຕ, ບໍ່​ຄວນ​ເຮັດ​ແບບ "​ປະ​ເທດ​ດຽວ​ເປັນ​ເຈົ້າ​ໂລກ" ຫຼື "ຫຼາ​ຍຝ່າຍ​ຄຸ້ມ​ຄອງ​ຮ່ວມ​ກັນ". ຊະຕາກຳ​ຂອງ​ໂລກ​ຄວນ​ໃຫ້​ປະ​ເທດ​ຕ່າງໆ​​ໃນ​ໂລກ​ຮ່ວມ​ກັນ​ກຳ, ຫຼັກ​ເກນ​ສາກົນ​ຄວນ​ໃຫ້​ປະ​ເທດ​ຕ່າງໆ​ຮ່ວມ​ກັນ​ກຳນົດ, ວຽກ​ງານ​ທົ່ວ​ໂລກ​ຄວນ​ໃຫ້​ປະ​ເທດ​ຕ່າງໆ​ຮ່ວມ​ກັນ​ຄວບ​ຄຸມ​ແລະ​ຜົນ​ຂອງການ​ພັດທະນາ​ຄວນ​ໃຫ້​ປະ​ເທດ​ຕ່າງໆ​ແບ່ງປັນ​ຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ຜີ​ງກ່າວຕື່ມ​ວ່າ, ປະຊາ​ຄົມ​ໂລກ​ຄວນ​ຍຶດໝັ້ນ​ການ​ປຶກສາ​ຫາລື, ​ເພື່ອສ້າງ​ໂລກ​ທີ່​ມີ​ສັນຕິພາບ​ຍາວ​ນານ. ຍຶດໝັ້ນ​ຮ່ວມ​ກັນ​ກໍ່ສ້າງ​ທົ່ວ​ໂລກ​ແລະ​ແບ່ງ​ປັນ​ຜົນ​ສຳ​ເລັດຮ່ວມ​ກັນ, ​ເພື່ອສ້າງ​ໂລກ​ທີ່​ມີ​ຄວາມ​ໝັ້ນຄົງ​ທົ່ວ​​ໄປ. ຍຶດໝັ້ນ​ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພື່ອສ້າງ​ໂລກ​ທີ່​ມີ​ຄວາມ​ຈະ​ເລີ​ນ​ຮຸ່ນ​ເຮືອງ​ຮ່ວມ​ກັນ. ຍຶດໝັ້ນ​ການແລກປ່ຽນ​​ແລະ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ, ​ເພື່ອສ້າງ​ໂລກ​ທີ່​​ເປີດ​ປະຕູ​ແລະກວມ​ລວມ. ຍຶດໝັ້ນ​ສີຂຽວ​​ແລະ​ລະບາຍກາກ​ບອນ​ໜ້ອຍ, ​ເພື່ອສ້າງ​ໂລກ​ທີ່​ສະອາດ​ແລະ​ສວຍ​ງາມ.

ຂະນະດຽວ​ກັນ​ທ່ານ​ສີ​ຈິ້ນ​ຜີ​ງຍັງ​ໄດ້​ຍົກ​​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈທີ່​ "ບໍ່​ມີ​ການ​ປ່ຽນ​ແປງ" ສີ່​ດ້ານ​ຕາມ​ນະ​ໂຍບາຍຂອງ​ຈີນຄື: ໜຶ່ງ, ຄວາມ​ຕັດສິນ​​ໃນ​ການ​ຮັກສາ​ສັນຕິພາບ​ໂລກ. ສອງ, ຄວາມ​ຕັດສິນ​ໃຈ​ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ. ສາມ, ຄວາມ​ຕັດສິນ​ໃຈ​​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື. ​ແລະສີ່, ຄວາມ​ຕັດສິນ​ໃຈ​​ຍຶດໝັ້ນ​ລັດທິ​ຫຼາຍ​ຝ່າຍ​.

​ຕອນ​ທ້າຍ, ທ່ານ​ສີ​ຈິ້ນ​ຜີ​ງ​ໄດ້ກ່າວ​ວ່າ, ​ໃນ​ຖານະ​ທີ່ຈີນ​​ແມ່ນ​ປະ​ເທດ​ສະມາຊິກ​ເລີ່​ມສ້າງ​ອົງການ​ສະຫະ​ປະຊາ​ຊາດ, ​ຈະ​ສືບ​ຕໍ່​ຮັກສາ​ແລະ​ຊຸກຍູ້​ອົງການ​ສະຫະ​ປະຊາ​ຊາດ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ໃນ​ວຽກ​ງານ​ສາກົນ​ໃນ​ອະນາຄົດ, ຄວາມ​ແຮງ​ທີ່​ຈີນ​ສະໜັບສະໜູນ​ລັດທິ​ຫຼາຍ​ຝ່າຍ​ກໍ​ຈະ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ໄປ​ຕາມ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ຂອງ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ