ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງ​ໆ​ຮັກສາ​ຂະ​ບວນການ​ປະຕິບັດ​​ສັນຍາ​ຮອບ​ດ້ານວ່າ​ດ້ວຍ​ບັນຫາ​ນິວ​ເຄຼຍອີ​ຣານ
2017-01-19 16:31:50  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 18 ມັງກອນ​ນີ້, ທ່ານ​ວູ​ໄຫ​​ເທົ່າ ຮອງ​ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະ​ຫະປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຮັກສາ​ຂະ​ບວນການ​ປະຕິບັດ​ສັນຍາ​ຮອບດ້ານ​ວ່າ​ດ້ວຍ​ບັນຫາ​ນິວ​ເຄຼຍອີຣານ.
​ໃນມື້​ດຽວ​ກັນ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ເປີດ​ເຜີຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານ ​ໂດຍທ່ານ​ວູ​ໄຫ​ເທົ່າ​ກ່າວ​ວ່າ: ​ເຖິງວ່າ 1 ປີຜ່ານມາ, ສັນຍາ​ຮອບດ້ານ​ວ່າ​ດ້ວຍ​ບັນຫາ​ນິວ​ເຄຼຍອີຣານ​ໄດ້​ບັນລຸ​ຄວາມ​ຄືບ​ໜ້າ​, ​ແຕ່​ຍັງຜະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ​ສິ່ງ​ທ້າ​ທາຍ ​ເຊິ່ງ​ແຕ່ລະ​ປະ​ເທດຕ້ອງໄດ້ພະຍາຍາມ​ຮ່ວມ​ກັນ​​.

ທ່ານ​ກ່າວ​ຕື່ມ​ວ່າ: ຝ່າຍ​ຕ່າງໆ​ຕ້ອງ​ຖື​​ເອົາສັນຍາ​ຮອບດ້ານ​ເປັນ​ທິດທາງ​ຫຼັກການ ​ທັງຕ້ອງປະຕິບັດ​ຕາມສັນຍາ​ນີ້​ຢ່າງ​ເຂັ້ມ​ງວດ ​ເພື່ອບັນລຸ​ຄຳ​ໝັ້ນ​ສັນຍາ​ຢ່າງ​ຈິງ​ໃຈ. ​ຂະນະ​ດຽວ​ກັນ, ແຕ່ລະຝ່າຍ​ຄວນ​ຮັກສາ​ເຈຕະນາ​ດີ, ປຶກສາ​ຫາລື​ຢ່າງ​ສະ​ເໝີ​ພາບ, ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງຢ່າງ​ເໝາະ​ສົມ ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​​ແບບ​ຍາວ​ນານ ​ເຊິ່ງຖ້າເຮັດ​​ໄດ້ແນວ​ນີ້ ກໍ​ຈະສາມາດ​ຊຸກຍູ້ສົ່ງ​ເສີມ​ສັນຍາ​ຮອບດ້ານ​​ໄດ້ຢ່າງ​ໝັ້ນຄົງ​ຍາວ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ