ເກີດ​ເຫດ​ເຮືອ​ຫຼົ້ມສອງ​ຄັ້ງ​ພາຍ​ໃນ 2 ມື້ຢູ່​ຟິລິບ​ປິນ
2017-01-19 16:08:12  cri 
​ຕາມ​ຂ່າວສານ​ຈີນ:ຢູ່ຟິລິບ​ປິນ​ໄດ້​ເກີດ​ເຫດ​ເຮືອ​ຫຼົ້ມ 2 ຄັ້ງ​ພາຍ​ໃນ 2 ມື້​ຜ່ານ​ມາສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ 1 ຄົນ​ເສຍ​ຊີ​ວິດ​,ຂະນະ​ທີ່ເກື​ອບ 20 ຄົນ​ຕົກ​ທະ​ເລ​ແລະ​ຫາຍ​ສາບ​ສູນ.
ກອງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຟິລິບ​ປິນກ່າວ​ໃນ​ລາຍ​ງານ​ວ່າ,ກຳ​ປັ່ນ​ບັນທຸກ​ສິນຄ້າ MV Meridian ​ໄດ້​ຫຼົ້ມຢູ່​ເຂດ​ທະ​ເລ​ລະຫວ່າງ​ເກາະ​ໂບ​ໂຮ​ນ​ແລະ​ເກາະ​ເລ​ເຕ​ເວລາ​ປະມານ 21 ​ໂມງ​ຂອງວັນ​ທີ 17 ມັງກອນ​ນີ້.

ລາຍ​ງານ​ກ່າວ​ວ່າ,​ໃນ​ເຮືອ​ມີ​ລູກ​ເຮືອ 26 ຄົນ​ແລະ​ມາ​ເຖິງ​ຕອນ​ເຊົ້າ​ວັນ​ດັ່ງກ່າວມີ​ແຕ່ 12 ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ.ນອກ​ນີ້,​ເຮືອ​ປະມົງ MV Virginia ​ໄດ້​ເກີດ​ໄຟ​ໄໝ້​ແລະ​ຫຼົ້ມຢູ່​ເຂດ​ທະ​ເລ​ເກາະ​ໂກ​ເຣກິ​ໂດ ປາກ​ອ່າວ​ມະນິລາ​ໃນ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 16 ມັງກອນ​ນີ້​ໂດຍກອງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ໄດ້​ຊ່ວຍ​ຊີວິດຊາວ​ປະມົງ 3 ຄົນຂະນະ​ທີ່ເຮືອ​ປະມົງ​ທີ່​ແລ່ນ​ຜ່ານ​ໄດ້​ຊ່ວຍ​ຊີວິດ​ຊາວ​ປະມົງ​ອີກ​ໜຶ່ງ​ຄົນ.

ມາ​ຮອດ​ປັດຈຸບັນຍັງ​ມີ​ຊາວ​ປະມົງ 5 ຄົນ​ຫາຍ​ສາບ​ສູນ​ແລະ​ພາກສ່ວນ​ກ່ຽວຂ້ອງ​ພວມ​ສືບສວນ​ຫາສາ​ເຫດ​​ໄຟ​ໄໝ້​ເຮືອ​ປະມົງ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ