​ເຈົ້າ​ໜ້າ​ທີ່​ຫວຽດນາມ​ຢືນຢັນ​ວ່າ ຫວຽດນາມ-ຈີນ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່ຫຼວງ​ໃນ​ຫຼາຍ​ຂົງ​ເຂດ​ການຮ່ວມ​ມື
2017-01-20 11:16:43  cri 
ເຈົ້າ​ໜ້າ​ທີ່​ຫວຽດນາມ​ຫຼາຍ​ທ່ານ​ໄດ້​ຢືນຢັນ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ​​ເມື່ອ​ມໍ່ໆ​ນີ້​ວ່າ: ຫວຽດນາມ-ຈີນ​ຍັງ​ຄົງ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ​​ໃນ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ເປັນຕົ້ນ ກະສິກຳ,ການ​ລົງທຶນ​ແລະ​ອື່ນໆ.

ຂ່າວ​ແຈ້ງວ່າ: ທ່ານ​ຕັນ​ຕວນ​ແອັງ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ຢືນຢັນ​ວ່າ​ເພື່ອ​ຊຸກຍູ້​ທ່າ​ແຮງ​ບົ່ມ​ຊ້ອມ​ການ​ຮ່ວມ​ມື​ຫວຽດນາມ-ຈີນ​ໃຫ້​ປາກົດ​ເປັນ​ຈິງ, ສອງ​ປະ​ເທດ​ຕ້ອງ​ປັບປຸງ​ຂອບ​ກົດໝາຍ​ໃຫ້​ສົມບູນ​ຂຶ້ນ​ຕື່ມ​ອີກ ທັງ​ພະຍາຍາມປັບປຸງ​ສະພາບ​ແວດລ້ອມ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ໃຫ້​ດີ​ຂຶ້ນ ​ແລະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສອງ​ຝ່າຍ​ເສີມ​ຂະຫຍາຍ​ທ່າ​ແຮງ​ຢ່າງ​ເຕັມທີ່​ແລະ​ພັດທະນາ​ກຳລັງ​ບົ່ມ​ຊ້ອມ.

ທ່ານ​ຫງວຽນ​ຊຸນ​ສຽງ ລັດຖະມົນຕີ​ກະຊວງ​ກະສິກຳ​ແລະ​ພັດທະນາ​ຊົນນະບົດ​ຫວຽດນາມ​ຢືນຢັນ​ວ່າ: ປີ 2016, ຫວຽດນາມ​ສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ​ໄປ​ຂາຍ​ສູ່​ຈີນ​ໃນ​ມູນ​ຄ່າ​ປະມານ 7 ຕື້​ໂດ​ລາ​ສະຫະລັດ ກວມ 22%ຂອງ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ. ຈາກ​ນີ້, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຮ່ວມ​ກັນ​ປຶກສາ​ຫາລື​ມາດ​ຕະການ​ເພື່ອ​ເຮັດ​ໃຫ້​ຜະລິດ​ຕະພັນ​ກະສິກຳ​ຫວຽດນາມ​ຈາກ​ການ​ຖື​ການ​ຄ້າ​ຊາຍ​ແດນ​ເປັນ​ຕົ້ນຕໍ​ນັ້ນ​ຫັນ​ໄປ​ສູ່​ຊ່ອງ​ທາງ​ການ​ຄ້າ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ເຂົ້າ​ສູ່​ຕະຫຼາດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ