ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຖະ​ແຫຼງກ່ຽວກັບ​ທ່ານ​ສີ​ຈິ້ນ​ຜິ​ງຢ້ຽມຢາມ​ສະ​ວິສ
2017-01-20 16:29:51  cri 
ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 18 ມັງກອນ​ນີ້​ໂດຍ​​ໄດ້ແນະນຳ​ສະພາບ​ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ສະຫະພັນ​ສະ​ວິສ ທັງ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ 2017 ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ຢູ່​ສະ​ວິສ.

ທ່ານ​ຫວາງ​ຢີ້ຢືນຢັນ​ວ່າ ການ​ຢ້ຽມຢາມ​ສະ​ວິສຂອງ​ທ່ານ​ສີ​ຈິ້ນຜິ​ງ​ເທື່ອ​ນີ້​ໄດ້​ດຳ​ເນີນ​ກິດຈະກຳ​ຫຼາຍ​ຝ່າຍ​ເຖິງ​ຫຼາຍ​ສິບ​ຄັ້ງຢ່າງ​ຕໍ່​ເນື່ອງ​ໂ​ດຍ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ແລະ​ບຸກຄົນ​ສຳຄັນ​ໃນ​ສັງຄົມ​ຂອງ​ຫຼາຍ​ປະ​ເທດ​ເຊິ່ງສົ່ງ​ຜົນ​ສະທ້ອນທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ ​ໂດຍ​ສະ​ເພາະ​ໂອກາດ​ກ່າວ​ປາຖະກະຖາ, ທ່ານ​ສີ​ຈິ້ນຜິ​ງ​ໄດ້ຊີ້​ໃຫ້​ເຫັນຄວາມ​ເຂົ້າ​ໃຈແລະ​ຈຸດ​ຢືນ​ຂອງ​ຈີນກ່ຽວ​ກັບ​ໂລກາ​ພິວັດ, ​ແຈ້ງ​ໃຫ້​ຊາບ​​ແຜນການຂອງ​ຈີນ​ເພື່ອ​​ແກ້​ໄຂ​ບັນຫາ​ເສດຖະກິດ​ໂລກ ທັງ​ຊີ້​ວ່າ ການ​ພັດທະນາ​ຂອງ​ຈີ​ນ​ເປັນ​ໂອກາດ​ຂອງ​ໂລກ ​ແລະ​ຍັງ​ໄດ້​ລົງ​ເລິກ​ສະຫຼຸບ​ຄວາມ​ຄືບ​ໜ້າ​ສຳຄັນ​ແລະ​ປະສິດທິ​ຜົນ​ທີ່​ດີ​ໃນ​ການປະຕິບັດ​ຂໍ້​ລິ​ເລີ່​ມຮ່ວມ​ກັນ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ການ​ຢ້ຽມຢາມ​ຂອງ​ທ່ານ​ສີ​ຈິ້ນຜິ​ງ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ເປັນ​ຂີດ​ໝາຍ​ທັງ​ໄດ້​ສົ່ງ​ສັນຍານ​ຄວາມ​ໝັ້ນ​ໃຈ​ຢ່າງ​ເດັດດ່ຽວ​​ແລະ​ເພີ່ມ​ກຳລັງ​ແຮງຊຸກຍູ້ການ​ພັດທະນາ​ສາຍ​ພົວພັນ​ຈີນ-​ເອີຣົບ​ຢ່າງ​ເຂັ້ມ​ແຂງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ