ປາ​ແຂງ​ຫຼັງ​​​ເຕັ້ນພົ້ນໜ້າ​ນ້ຳ​ຍ້ອນ​ອາກາດ​ໜາວ
2017-01-20 17:37:09  cri 

ໜັງສືພິມThe Huffington Post ສະບັບ​ວັ​ນທີ 18 ມັງກອນ​ນີ້​ລາຍ​ງານ​ວ່າ: ທ່ານ​ນາງ​​ເຄຣີ ປຣີ​ເກນ ສາ​ສະ​ດາ​ຈານ​ມະຫາວິທະຍາ​ໄລ​ໄດ້​ຖ່າຍຮູບ​ແປ​ກປະຫຼາດ​​ຢູ່​ສວນສາທາລະນະ​ທຳ​ມະ​ຊາດ​ເມືອງ​ເລັກ​ແອນ​​ເດ​ສ​ ລັດດາ​ໂຄ​ຕາ​ໃຕ້​ສະຫະລັດ​ອາ​ເມ​ລິ​ກາ​ໂດຍ​ຮູບ​ດັ່ງກ່າວເໝືອນ​ດັ່ງປາ​ໃນ​ໜອງ​ແຂງ​​ເກ່​ເດ່​ຫຼັງ​ເຕັ້ນ​ພົ້ນ​ໜ້າ​ນ້ຳ​ຍ້ອນ​ຖືກ​ນ້ຳກ້ອນ​ໂອບ.

​ແນວ​ໃດ​ກໍ​ດີ,ນາງ​ເຄຣີກໍບໍ່​ແນ່​ໃຈ​ວ່າ ປາ​ເຫຼົ່ານີ້​ຈະ​ຖືກ​ນ້ຳກ້ອນ​​ໂອບ​ຢູ່​​ເທິງ​ໜ້າ​ນ້ຳໄດ້​ແນວ​ໃດ, ​ແຕ່​ກໍ​ຄາດ​ວ່າ ປາ​ແຂງ​ຄ້າງ​ຕາມ​ໜ້າ​ນ້ຳຍ້ອນອຸນຫະພູມ​ຫຼຸດ​ລົງຫຼື​ແມ່ນ​ນ້ຳກ້ອນ​​ໃນ​ໜ້າ​ນ້ຳ​ໜອງ​ຖືກ​ລົມ​ພັດ​ໄປກອງເປັນ​ຊັ້ນໆ​ແລ້ວກາຍ​ເປັນ​ກຳ​ແພງ​ນ້ຳກ້ອນ​​ແບບ​ນີ້ຫຼື​ບໍ່?

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ