ຊາວ​ຍີ່ປຸ່ນ​ທີ່​ຍຶດໝັ້ນທັດສະນະ​ອັນ​ຜິດພາດ​ຕໍ່​ປະຫວັດສາດ​ນັ້ນ​ຄວນໄປ​ຊອກ​ຫາ​ມະ​ໂນ​ທຳ​ຂອງ​ຕົນ​ຄືນ​ຢູ່​ຫໍ​ລະນຶກ​ເຫດການ​ສັງຫານ​ໝູ່​ໜານ​ກິ່ງ
2017-01-20 15:49:27  cri 

ຕໍ່​ເລື່ອງທີ່ໂຮງ​ແຮມ APA ຍີ່ປຸ່ນ​ປະຕິ​ເສດ​ບໍ່​ຖອນ​ຄືນ​ປື້​ມທີ່​ປະຕິ​ເສດ​ບໍ່​ຮັບຮອງ​ເຫດການ​ສັງຫານ​ໝູ່​ໜານ​ກິ່ງ​ຂອງ​ພວກ​ຝ່າຍຂວານັ້ນ, ທ່ານຊູ​ກາ ​ໂຢຊີ​ຮີ​ເດ ​ເລຂາທິການ​ລັດຖະບານ​ຍີ່ປຸ່ນ​ກ່າວ​ໃນ​ວັນ​ທີ 18 ມັງກອນ​ນີ້​ວ່າ: ປະຫວັດສາດ​ທີ່​​ເປັນ​ທຸກ​​ໄດ້​ຜ່ານ​ໄປ​ແລ້ວ, ບໍ່​ຄວນ​ກາຍ​ເປັນ​ຈຸດ​ສຸມ​ທີ່ສົນ​ໃຈຫຼາຍ​ເກີນ​ໄປ.

ຕໍ່​ເລື່ອງ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 19 ມັງກອນ​ນີ້​ວ່າ: ຫຼົງລືມ​ປະຫວັດສາດ​ກໍ​ໝາຍ​ເຖິງ​ເປັນ​ການ​ທໍລະ​ຍົດ​ຕໍ່​ປະຫວັດສາດ, ການ​ທີ່​ປະຕິ​ເສດ​ອາ​ຊະ​ຍາ​ກຳ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ຕົນກໍ​ໝາຍ​ເຖິງ​ອາດ​ຈະ​ຊ້ຳ​ຮອຍ​ເກົ່າ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ຊາວ​ຍີ່ປຸ່ນ​ທີ່​ດື້​ດ້ານຍຶດໝັ້ນທັດສະນະ​ອັນ​ຜິດພາດ​ຕໍ່​ປະຫວັດສາດ​ນັ້ນ​ຄວນໄປ​ຊອກ​ຫາ​ມະ​ໂນ​ທຳ​ຂອງ​ຕົນ​ຄືນ​ຢູ່​ຫໍ​ລະນຶກ​ເຫດການ​ສັງຫານ​ໝູ່​ໜານ​ກິ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ