ເປີດ​ເສັ້ນທາງ​ທ່ອງ​ທ່ຽວ​ແຕ່​ເມືອງ​ເປີ​ຍ​ໄຫ​​ເຂດ​ກວາງຊີຫາອ່າວ​ຮ່າ​ລອງ​ຫວຽດນາມ
2017-01-20 15:52:12  cri 

ວັນ​ທີ 19 ມັງກອນ​ນີ້​ໄດ້​ເປີ​ດ​ເສັ້ນທາງ​ທ່ອງ​ທ່ຽວ​ແຕ່​ເມືອງ​​ເປີ​ຍ​ໄຫ ​ເຂດ​ກວາງຊີ ສປ ຈີນ ຫາ​ອ່າວ​ຮ່າ​ລອງ ສສ ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ເຊິ່ງ​ເປັນ​ເສັ້ນທາງ​ທ່ອງ​ທ່ຽວ​ຫວຽດນາມທີ່​ສະດວກ​ທີ່​ເຂດ​ກວາງຊີ​ເປີດ​ບໍລິການອີກ​ເສັ້ນໜຶ່ງ​.

ທ່ານ​ເຫວີ​ນຈ້າວ​ປິ່ງ ປະທານ​ບໍລິສັດ​ທ່ອງ​ທ່ຽວ​ແລະ​ຂົນ​ສົ່ງ​ຊິ່ນ​ຊ້າງ​​ຢິວ​ເປີ​ຍ​ໄຫ​ຈຳກັດ ກ່າວ​ວ່າ: ນັບ​ແຕ່​ເລີ່​ມ​ທົດ​ລອງເປີດ​ບໍລິການເສັ້ນທາງ​ທ່ອງ​ທ່ຽວ​ດັ່ງກ່າວ​ເມື່ອ​ເດືອນ​ພະຈິກ​ປີ​ກາຍ​ເປັນຕົ້ນມາ ນັບ​ລວມ​ແລ້ວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານກວ່າ 3.000 ​ເທື່ອຄົນ ທັງ​ນີ້​ເສັ້ນທາງ​ທ່ອງ​ທ່ຽວຂ້າມ​ຊາດ​ໄດ້​ຮັບ​ຄວາມ​ນິຍົມ​ສົມຄວນ ​ແລະ​ປັດຈຸບັນມີ​ນັກ​ທ່ອງ​ທ່ຽວ​ຈຳນວນຫຼາຍ​ໄດ້​ຈອງ​ປີ້​ລົດ​ໄວ້​ສຳລັບ​ໄລຍະ​ບຸນ​ກຸດ​ຈີນ​ແລ້ວ.

ຄຽງ​ຄູ່​ກັບ​ເຂດ​ຮ່ວມ​ມື​ເສດຖະກິດ​ທົ່ວອ່າວ​ເປີ​ຍປູ້​ໄດ້​ຮັບການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ, ການທ່ອງທ່ຽວ​​ເຂດ​ຊາຍ​ແດນ​ຈີນ-ຫວຽດນາມ​ໄດ້​ກາຍ​ເປັນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສົມຄວນ ປັດຈຸບັນ, ບໍ່​ພຽງ​ແຕ່​ຢູ່​ເມືອງ​ຕົ່ງ​ຊິ່ງ ​ແລະ ​ເມືອງ​ເປີ​ຍ​ໄຫ​ເທົ່າ​ນັ້ນ, ຢູ່​ດ່ານ​ຊາຍແດນ​ແຫ່ງ​ຕ່າງໆ​ຂອງ​ເຂດ​ກວາງຊີ ​ເປັນຕົ້ນ ເມືອງ​ຈິ້ງ​ຊີ, ​ເມືອງ​ຜິ​ງສຽງ ​ແລະ ​ເມືອງຫຼົງ​ໂຈ່​ວ ກໍ​ໄດ້​ເປີດ​ບໍລິການ​ທ່ອງ​ທ່ຽວ​ເຊັ່ນ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ