ປີຜ່ານມາ​, ຂະ​ແໜງ​ການຈັດ​ສົ່ງ​ສິນຄ້າ​ດ່ວນ​ຂອງ​ຈີນ​ບັນລຸ​ການຈັດ​ສົ່ງກວ່າ 31 ຕື້​ຫໍ່
2017-01-20 16:22:42  cri 

ກົມ​ໄປສະນີ​ແຫ່ງ​ຊາດ​ຈີນ​ປະກາດ​ໃນ​ວັນ​ທີ 19 ມັງກອນ​ນີ້​ວ່າ: ປີຜ່ານມາ, ຂະ​ແໜງ​ການຈັດ​ສົ່ງ​ສິນຄ້າ​ດ່ວນ​ຂອງ​ປະ​ເທດ​ຕົນ​ສາມາດບັນລຸ​ການຈັດ​ສົ່ງ​ໄດ້​ເຖິງ 31 ຕື້ 350 ລ້ານ​ຫໍ່ ​ເພີ່ມ​ຂຶ້ນ 51,7% ​ເມື່ອ​ທຽບ​ໃສ່​ປີ 2015 ​ແລະປະລິມານ​ໜ້າ​ວຽກ​ໃນ​ຂະ​ແໜງ​ການ​ດັ່ງກ່າວ​ຄອງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.

ຕາມ​ສະຖິຕິ​ບໍ່​ເປັນ​ທາງ​ການ ຜູ້​ປະກອບ​ການ​ຂະ​ແໜງ​ການ​ກ່ຽວ​ພັນ​ເຖິງ​ການ​ຄ້າທາງ​ເອ​ເລັກ​ໂຕຣນິກ​ແລະ​ການ​ຈໍລະ​ຈອນ​ສິນຄ້າ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ລື່ນ​ 2 ລ້ານ 3 ໝື່ນ​ຄົນ​ແລ້ວ. ຂະນະ​ທີ່​ທ່ານ​ເກິ​ງຢ້ຽນ ​ເຈົ້າໜ້າ​ທີ່​ຫ້ອງການຕິດຕາມ​ຄົ້ນຄວ້າ​ຕະຫຼາດ ສູນ​ຄົ້ນຄວ້າ​ການພັດທະນາກົມ​ໄປສະນີ​ແຫ່ງ​ຊາດ ກ່າວ​ວ່າ: ຕົວ​ເລກ​ດັດຊະນີ​ຕ່າງໆ ​ເປັນຕົ້ນ ຂະໜາດ​ການ​ພັດທະນາ​ແລະ​ການ​ເຜີຍ​ແຜ່​ຂອງ​ຂະ​ແໜງ​ການ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຂະ​ແໜງ​ການ​ດັ່ງກ່າວ​ຂອງ​ຈີນ​ຍັງ​ຢູ່​ໃນ​ໄລຍະ​ພັດທະນາ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ.

ທ່ານ​ເກິ​ງຢ້ຽນ ກ່າວ​ຕື່ມ​ວ່າ: ຂະ​ແໜງ​ການຈັດ​ສົ່ງສິນຄ້າ​ດ່ວນ​ໃນ​ຖານະ​ເປັນ​ສ່ວນ​ປະກອບ​​ສຳຄັນ​ຂອງ​ຂະ​ແໜງ​ການ​ບໍລິການ​ທັນ​ສະ​ໄໝ ​ໄດ້​ກາຍ​ເປັນ​ແບບຢ່າງຂອງ​ເສດຖະກິດ​ໃໝ່​​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ