ປີ 2016 GDP ຂອງ​ຈີນ​ເພີ່ມ​ຂຶ້ນ 6,7%
2017-01-20 16:30:03  cri 
ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ປະກາດ​ໃນ​ວັນ​ທີ 20 ມັງກອນ​ນີ້​ວ່າ ລວມຍອດ​ຜະລິດ​ຕະພັນພາຍ​ໃນ​ ຫຼື GDP ຂອງຈີນ​​ປີ 2016​ໄດ້​ບັນລຸ​ເຖິງ 74.410 ຕື້​ຢວນ ​ເພີ່ມ​ຂຶ້ນ 6,7% ​ເມື່ອ​ທຽບ​ໃສ່​ປີ 2015 ​ໂດຍໃນ​​ໄຕ​ມາດ​ທີ 4 ​ໄດ້​ເພີ່ມ​ຂຶ້ນ 6,8%. ທ່ານ​ນິ້ງຈີ​ເຈີ ຫົວໜ້າ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ ກ່າວ​ວ່າ: ປີຜ່ານມາ, ​ເສດຖະກິດ​ຈີນສາມາດ​ເຄື່ອນ​ໄຫວ​​ໄປ​ສູ່​ຄວາມ​ໝັ້ນທ່ຽງ​ໃນ​ທ່າມກາງ​ສະພາບ​ການ​ເຕີບ​ໂຕອ່າວ​ຊັກ​ຊ້າ ​ແລະ​ກໍ​ພັດທະນາ​ໄດ້​ດີ​ສົມຄວນ ​ເຊິ່ງ​ເປັນ​ການ​ເລີ່​ມຕົ້ນ​ທີ່​ດີ​ໃນ​ການ​ປະຕິ​ບັດແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງທີ 13.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ