ຈີນ​ຈະ​ຜ່ອນຄາຍ​ຄວາມ​ຈຳກັດການເຂົ້າ​ຕະຫຼາດ​ຂອງ​ທຶນ​ຕ່າງປະ​ເທດ​ໃນ​ຂະ​ແໜງບໍລິການ,ການ​ຜະລິດ​ແລະ​ຂຸດ​ຄົ້ນ​ບໍ່​​ແຮ່​​
2017-01-20 18:00:17  cri 
ຫວ່າງ​ມໍ່ໆ​ມາ​ນີ້, ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່​ເອກະສານ ​ໂດຍ​ໄດ້​ຢືນຢັນ​ຈະ​ຜ່ອນຄາຍ ຄວາມ​ຈຳກັດ​ການ​ເຂົ້າ​ຕະຫຼາດ​ຂອງ​ທຶນ​ຕ່າງປະ​ເທດ​ໃນ​ຂະ​ແໜງ​ການ​ບໍລິການ,ການ​ຜະລິດ,ຂຸດ​ຄົ້ນ​ບໍ່​​ແຮ່​​ແລະ​ຂົງ​​ເຂດ​ອື່ນໆ ​ເພື່ອ​ເປີດ​ກວ້າງ​ການ​​ໄຂ​ປະຕູສູ່​ພາຍ​ນອກ​ຕື່ມ​ອີກ.

ຂ່າວ​ແຈ້ງວ່າ: ​ໃນ​ດ້ານ​ການ​ເປີດ​ກວ້າງ​ການ​ໄຂ​ປະ​ຕູ່​ສູ່​ພາຍ​ນອກຕື່ມ​ອີກ, ​ໄດ້​ດັດ​ແກ້ "ສາລະບານ​ຊີ້​ນຳ​ຂະ​ແໜງ​ການ​ລົງທຶນ​ຂອງຕ່າງປະ​ເທດ"ກໍ​ຄື​ກົດບັນຍັດ​ແລະ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ, ຜ່ອນຄາຍ​ຄວາມ​ຈຳກັດ​ການເຂົ້າ​ຕະຫຼາດ​ຂອງ​ທຶນ​ຕ່າງປະ​ເທດ​ໃນ​ຫຼາຍ​ຂະ​ແໜງ​ການ​ເຊັ່ນ: ຂະ​ແໜງ​ການ​ບໍລິການ,ຂະ​ແໜງ​ການ​ຜະລິດ​ແລະ​ຂະ​ແໜງ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ເປັນ​ຕົ້ນ. ສະໜັບສະໜູນ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ອື່ນໆ​ດ້ວຍ​ວິທີທຸລະ​ກິດ​ທີ່ອະນຸຍາດ​ພິ​ເສດ. ​ມາດ​ຕະການ​ເຫຼົ່າ​ນີ້​ລວມທັງ​ໂຄງການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສທຳ​ມະ​ຊາດ​ຈາກລະບຽບ​ການ​ພິຈາລະນາອະນຸມັດ​ເປັນລະບຽບການ​ຈົດ​ທະບຽນ ​ເຊິ່ງນີ້​ໝາຍ​ຄວາມ​ວ່າຈະ​ສາມາດ​ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ລົງທຶນ​ທີ່​ເປີດ​ເຜີຍ,ຍຸຕິ​ທຳ​ແລະ​ມີ​ຄວາມ​ສະດວກ​​​ໃຫ​ແກ່​ວິ​ສາ​ຫະກິດ​ຮ່ວມ​ທຶນ​ຕ່າງປະ​ເທດ​ຢູ່​ຈີນ​ຫຼາຍກວ່າ​ເກົ່າ ​ແລະ ສາມາດ​ຊົມ​ໃຊ້​ສິດທິ​​ເໝືອນ​ດັ່ງ​ພົນລະ​ເມືອງ​ຈີນ.

ນອກ​ນີ້,ຈາກ​ນີ້​ໄປ ຈີນ​ຍັງ​ຈະ​ສະໜັບສະໜູນ​ວິ​ສາ​ຫະກິດ​ຮ່ວມ​ທຶນ​ຕ່າງປະ​ເທດ​ລະດົມ​ທຶນ​ໂດຍ​ຜ່ານ​ວິທີ​ຕ່າງໆ​ເຊັ່ນ:ການຂາຍ​ຫຸ້ນ​ຢູ່ຕະຫຼາດ​ຈີນ,ຈຳໜ່າຍພັນທະ​ບັດ​ວິ​ສາ​ຫະກິດ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ