ປາ​ກິ​ສະຖານກູ້​ເງິນ​​ທະນາຄານ​ໂລກ​ແລະ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ 720 ລ້ານ​ໂດ​ລາ​ສະຫະລັດ
2017-01-20 18:07:18  cri 
ຕາມ​ຂ່າວCRI: ໜັງສືພິມ National news ຂອງ​ປາ​ກິ​ສະຖານ​ສະບັບວັນ​ທີ 19 ມັງກອນ​ນີ້​ລາຍ​ງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ປາ​ກິ​ສະຖານ​ໄດ້ລົງ​ນາມ​ໃນ​ສັນຍາກູ້​ເງິນ​ 720 ລ້ານ​ໂດ​ລາ​ສະຫະລັດຈາກ​ທະນາຄານ​ໂລກ​ແລະ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາ​ຊີ​ຫຼື AIIB ​ເພື່ອ​ໃຊ້​ເຂົ້າ​ໃນການ​ພັດທະນາພະລັງ​ໄຟຟ້າ,ການ​ຄຸ້ມ​ຄອງ​ລັດ ການວາງ​ນະ​ໂຍບາຍ​ແລະ​ຂົງ​ເຂດ​ອື່ນໆ. ​ແນວ​ໃດ​ກໍ​ດີ, ປະ​ເທດ​ຂອງ​ຕົນ​ຈະ​ນຳ​ໃຊ້​ເງິນ​ກູ້​ງວດ​ໃຫຍ່​ທີ່​ສຸດ​ໃນ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກຕາ​ເບ​ລາ​ໄລຍະ 5 ​ໂດຍ​ເຂື່ອນ​ນີ້​ມີ​ຄວາມ​ສາມາດ​ຜະລິດ​ໄຟຟ້າ​ໄດ້​ເຖິງ 1.410​ ​ແມ​ກາ​ວັດ ​ເຊິ່ງຄາດ​ວ່າ​ຈະ​ລົງທຶນ​ 824 ລ້ານ​ໂດ​ລາ​ສະຫະລັດ,​ໃນນັ້ນ,​ຈະ​ກູ້​ຈາກ​ທະນາຄານ​ໂລກ 390 ລ້ານ​ໂດ​ລາ​ສະຫະລັດ ​ແລະ​ຈາກທະນາຄານ AIIB​ 134 ລ້ານ​ໂດ​ລາ​ສະຫະລັດ,​ສ່ວນ​ທຶນ​ທີ່​ເຫຼືອ​ນັ້ນ​​ເປັນຄວາມ​ຮັບຜິດຊອບ​ຂອງກົມ​ຕິດຕາມ​ຄຸ້ມ​ຄອງ​ພະລັງ​ງານໄຟຟ້າ(WAPDA) ​ແລະ ບໍລິສັດ​ສົ່ງ​ໄຟຟ້າ​ແຫ່ງ​ຊາດ​ປາ​ກິ​ສະຖານ(NTDC).
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ