ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນຄຳໜັກ 2 ບາດໃຫ້ແຟນລາຍການ
2017-01-20 16:29:29  cri 

 

ຕອນເຊົ້າວັນທີ 20 ມັງກອນນີ້, ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ວິທະຍຸສາກົນແຫ່ງປະເທດຈີນປະຈໍາ
ລາວ ໄດ້ຈັດພິທີມອບລາງວັນໃຫຍ່ສາຍຄໍຄຳໜັກ 2 ບາດ ໃຫ້ຜູ້ຟັງ CRI FM 93 MHz ທີ່ໂຊກດີຈາກກິດຈະກຳ " ຮູ້ຮອບ
ໂລກຊິງໂຊກ 3 ຊັ້ນ ປີ 2016 ", ມອບໂດຍທ່ານ ນາງ ສຸດທິດາ ( WU YIXING ) ຫົວໜ້າ ວິທະຍຸສາກົນແຫ່ງປະເທດຈີນ
ປະຈຳລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວລາວ, ມີຜູ້ສະໜັບສະໜູນຂອງລາງ
ວັນ, ພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍຜູ້ໂຊກດີ ແລະ ບັນດາສື່ມວນຊົນເຂົ້າຮ່ວມເປັນພິຍານ.

ທ່ານ ນາງ ສຸດທິດາ ( WU YIXING ) ຫົວໜ້າ ວິທະຍຸສາກົນແຫ່ງປະເທດຈີນ ປະຈຳລາວກ່າວວ່າ: ຈຸດປະສົງໃນການຈັດກິດ
ຈະກຳແມ່ນເພື່ອເປັນການສ້າງຄວາມຮູ້ໃຫ້ແກ່ທ່ານຜູ້ຟັງ ແລະ ຕອບແທນນ້ຳໃຈໃຫ້ຜູ້ຟັງທີ່ໄດ້ຕິດຕາມຮັບຟັງຄື້ນ CRI FM 93.0
MHz ມາໂດຍຕະຫຼອດ. ນອກຈາກການຟັງໄດ້ຄວາມຮູ້, ໄດ້ຄວາມເບີກບານມ່ວນຊື່ນແລ້ວ ຍັງໄດ້ຮັບຂອງລາງວັນຈາກການຟັງນຳອີກ
ແລະ ເພື່ອເປັນການສ້າງຄວາມສະໜິດສະໜົມກັບຜູ້ຟັງ ພ້ອມຍັງເປັນການດຶງດູດຜູ້ຟັງໃຫ້ເຂົ້າມາຕິດຕາມຮັບຟັງຄື້ນຂອງພວກເຮົາໃຫ້
ຫຼາຍຂຶ້ນ. ​ ພິເສດ ໃນປີ 2017 ນີ້, CRI ຍັງຈະສືບຕໍ່ກິດຈະກໍາດັ່ງກ່າວຕໍ່ໄປ.

ກິດຈະກໍາ​ " ຮູ້​ຮອບ​ໂລກ ຊິງ​ໂຊກ 3 ຊັ້ນ " ຈັດຂຶ້ນທັງໝົດ 3 ຄັ້ງ ໃນປີ 2012, 2013 ແລະ ປີ 2016. ສຳລັບກິດຈະກຳໃນປີ
2016 ຜ່ານມາ ໄດ້ຮັບຂໍ້ຄວາມສັ້ນທີ່ສົ່ງເຂົ້າມາທັງໝົດ 3 ເຄືອຂ່າຍທັງໝົດມີ 46, 293 ຂໍ້ຄວາມ ເຊິ່ງມີທັງໝົດ 6 ລາງວັນ, ທີ 1
ໄດ້ຮັບສາຍຄໍຄຳ ໜັກ 2 ບາດ ທ່ານ ຄຳສະຫວັນ ສີກຸນນະວົງ ຂໍ້ຄວາມທີ່ສົ່ງເຂົ້າມາມີ 16,748 ຄັ້ງ. ທີສອງຄອມພິວເຕີ້ ໂນດບຸກມີ
2 ລາງວັນທ່ານ ບຸນຫຼາຍ ຫຼວງປະເສີດ ຂໍ້ຄວາມທີ່ສົ່ງເຂົ້າມາມີ 5,965 ຄັ້ງ ແລະທ່ານສີຍາຈັນມະນີ ຂໍ້ຄວາມທີ່ສົ່ງເຂົ້າມາມີ 3,744
ຄັ້ງ. ລາງວັນທີສາມໂທລະພາບສີມີ 3 ລາງວັນ ທ່ານ ບົວຈັນ ສູນນະລາດ ຂໍ້ຄວາມທີ່ສົ່ງເຂົ້າມາມີ 1,912 ຄັ້ງ, ທ່ານ ພອນສະຫວັນ
ຈັນນີຍະວົງ ຂໍ້ຄວາມທີ່ສົ່ງເຂົ້າມາມີ 970 ຄັ້ງ ແລະ ທ່ານ ລ້ອງເລົ່າ ຂໍ້ຄວາມທີ່ສົ່ງເຂົ້າມາມີ 280 ຄັ້ງ ແລະ ລາງວັນຊົມເຊີຍໝໍ້ຫຸງ
ເຂົ້າມີ 3 ລາງວັນມີ ທ່ານ ຈັນເທົາ ໄຊສະຫວັນ, ທ່ານ ນາງ ຂັນທອງ ພິພັກຂະວົງ ແລະ ທ່ານ ດວງປັນຍາ ຈິດປະເສີດ. ກະຕິ​ກາ
ການ​ເຂົ້າ​ຮ່ວມ​ກິດຈະກຳ​ແມ່ນ: ພຽງ​ແຕ່​ຟັງ​ວິທະຍຸ CRI FM 93.0 MHz ​ຜູ້​ຟັງ​ ສາມາດ​ເຂົ້າ​ຮ່ວມ​ກິດຈະກຳ​ໄດ້​ໂດຍ​ການ​ ສົ່ງ​ຂໍ້ຄວາມ
​ສັ້ນ​ເຂົ້າ​ມາຕອບ​ຄຳ​ຖາມ ຜ່ານ​ລະບົບ​ຂໍ້ຄວາມ​ສັ້ນ 3 ​ເຄືອ​ຂ່າຍ​ຄື: 2930, 5930, 7930 ​ໃຊ້​ເບີ​ຫຼັກ​​ໃດ​​ແລ້ວ​ສົ່ງ​ຄຳ​ຕອບ​ເຂົ້າ​ທີ່ໝາຍ
​ເລກ​ດັ່ງກ່າວ. ເບີໃດຕອບຖືກຕ້ອງທີ່ສຸດ ສົ່ງຄຳຕອບເຂົ້າມາຫຼາຍຄັ້ງທີ່ສຸດຈະ​ຖືກ​ຄັດ​ເລືອກ​ເປັນ​ຜູ້​ໂຊກ​ດີ​ປະຈຳ​ອາທິດ ທີ່ໄດ້ຮັບເສື້ອຍືດ
ອາທິດລະ 5 ຜືນ 5 ລາງວັນ( ໂຊກຊັ້ນທີ 1), ຫຼັງຈາກນັ້ນ, ລວມຍອດ​ໄປ​ເປັນ​ປະຈຳ​ເດືອນ ໄດ້ຮັບແອກາດ 2 ເຄື່ອງ,, ເດືອນລະ 2
ລາງວັນ( ໂຊກຊັ້ນທີ 2 ) ແລະ ​ລວມຍອດໄປເປັນໂຊກ​ໃຫຍ່​ທ້າຍ​ປີ 2016.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ