ຮອງລັດຖະມົນຕີກະຊວງການ​ຕ່າງປະ​ເທດ​ຈີນ​ເຂົ້າ​ຢ້ຽມ​ຄຳນັບ​ປະທານາທິບໍດີ​ຟິລິບ​ປິນ
2017-01-20 16:30:58  cri 
ຂ່າວສາ​ນຊິນ​ຮວາ​ລາຍ​ງານ​ວ່າ: ທ່ານ​ລິວ​ເຈີນມິນ ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ຢ້ຽມຢາມ​ຟິລິບ​ປິນ ​​ທັງ​​ໄດ້​ດຳ​ເນີນ​ການ​ເຈລະຈາ​ດ້ານ​ການ​ຕ່າງປະ​ເທດຄັ້ງ​ທີ 20 ​ໂດຍ​ຮ່ວ​ມ​ເປັນ​ປະ​ທານກັບ​ທ່ານ​ມະ​ນາ​ໂຣ ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນ, ​ຂະນະ​ດຽວ​ກັນ​ກໍ​ໄດ້​ເຂົ້າ​ຢ້ຽມຄຳນັບ​ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ​ແຕ່​ວັນ​ທີ 17 ຫາ 18 ມັງກອນ​ນີ້.

ທ່ານດູ​ເຕີ​ເຕ ກ່າວ​ວ່າ: ນັບ​ແຕ່​ຂ້າພະ​ເຈົ້າ​ໄປ​ຢ້ຽມຢາມ​ຈີນ​ໃນ​ປີ​ຜ່ານ​ມາ, ​ສາຍ​ພົວພັນ​ສອງ​ປະ​ເທດ​ໄດ້ພັດທະນາ​ຢ່າງຮອບດ້ານທີ່​ໜ້າ​ເພິ​ງ​ພໍ​ໃຈ​. ຂ້າພະ​ເຈົ້າ​ຈະ​​ເດີນທາງໄປ​ປັກ​ກິ່ງ​ເພື່ອ​ເຂົ້າ​​ຮ່ວມ​ເວທີ​ປຶກສາ​ຫາລື​ສຸດ​ຍອດການ​ຮ່ວມ​ມື​ສາກົນ​ກ່ຽວກັບ​ຂໍ້​ລິ​ເລີ່​ມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ໃນ​​ເດືອນ​ພຶດສະພາ​ປີນີ້ ​ແລະຄອງ​ຄອຍ​ພົບ​ປະ​ກັບ​ທ່ານ​ສີ​ຈິນຜິ​ງ ປະທານ​ປະ​ເທດ​ຈີນ​ອີກ​​ເທື່ອ​ໜຶ່ງ.

ທ່ານ​ລິວ​ເຈີ​ນມິນ​ກ່າວ​ວ່າ: ຈີນ​ຍິນ​ດີ​ຈັດ​ຕັ້ງປະຕິ​ບັດ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ທີ່​ສຳຄັນ​ລະຫວ່າງ​ຜູ້ນຳສອງ​ປະ​ເທດ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ມີ​ປະສິດ​ທິຜົນ​ໂດຍ​ໄວ ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະຊາ​ຊົນ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ