ຈັດພິທີ​ສຳ​ເລັດ​ການ​ກໍ່ສ້າງ​ອາຄານຫ້ອງການ​ປະທານ​ສະພາ​ສູງ​ກຳປູ​ເຈຍຢູ່​ພະນົມ​ເປັນ
2017-01-21 14:36:19  cri 
ພິທີ​ສຳ​ເລັດ​ການ​ກໍ່ສ້າງ​ອາຄານ​ຫ້ອງການຂອງ​ປະທານ​ສະພາ​ສູງ​ກຳປູ​ເຈຍທີ່ໄ​ດ້ຮັບ​ການ​ຊ່ວຍ​ເຫຼືອ​ຈາກລັດຖະບານ​ຈີນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມັງກອນ​ນີ້​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ປະ​ເທດ​ກຳປູ​ເຈຍ​ໂດຍ​ສົມ​ເດັດ​ໄຊ​ຊົມ ປະທານ​ສະພາ​ສູງ​ກຳປູ​ເຈຍ, ທ່ານ​ສົງ​ໂປ່ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ​ໄດ້​ກ່າວ​ປາ​ໄສ​ແລະ​ຕັດ​ແຖບ​ຜ້າ ​ແລະ​ສະມາຊິກ​ສະພາ, ​ເຈົ້າ​ໜ້າ​ທີ່​ລັດຖະບານ,ຜູ້ຕາງໜ້າ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ກຳປູ​ເຈຍ​ພ້ອມ​ດ້ວຍ​ຜູ້ຕາງໜ້າ​ບໍລິສັດ​ຈີນ​ຢູ່ກຳ​ປູ​ເຈຍ​ເກືອບ 500 ຄົນ​ເຂົ້າ​ຮ່ວມ.

ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ສົງ​ໂປ​ຢືນຢັນ​ວ່າ: ການ​ໄປມາຫາສູ່​ກັນ​ລະຫວ່າງ​ສະພາ​ເປັນ​ສ່ວນ​ປະກອບ​ສຳຄັນ​ຂອງ​ສາຍ​ພົວພັນ​ຈີນ-ກຳປູ​ເຈຍ ​ແລະ​ອາຄານທີ່​​ເປັນ​ຮູບ​ແບບ​ກຳປູ​ເຈຍນີ້ຈະ​ກາຍ​ເປັນ​ສັນຍະລັກ​​ແຫ່ງ​ມິດຕະພາບ​ຈີນ-ກຳປູ​ເຈຍ​ທີ່​ມີ​ມູນ​ເຊື້ອ​ອີກ​ຢ່າງ​ໜຶ່ງ.

ໂອກາດ​ກ່າວ​ປາ​ໄສ​ໃນ​ພິທີ​ດັ່ງກ່າວ,ສົມ​ເດັດ​ໄຊ​ຊົມ​ໄດ້​ຕາງໜ້າ​ໃຫ້​ລັດຖະສະພາ, ລັດຖະບານ​ແລະ​ປະຊາຊົນ​ກຳປູ​ເຈຍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດຖະບານ​ແລະ​ປະຊາຊົນ​ຈີນ​ທີ່​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ແກ່​ການ​ພັດທະນາ​​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ກຳປູ​ເຈຍ ທັງ​ຕີ​ລາຄາ​ສູງ​ຕໍ່​ຄຸນ​ນະພາ​ບການ​ກໍ່ສ້າງ​ແລະສິ່ງອຳນວຍຄວາມສະດວກຄົບຊຸດຂອງ​ໂຄງການ​ກໍ່ສ້າງອາຄານດັ່ງກ່າວ ​ແລະ​ຢືນຢັນ​ວ່າ ລັດຖະສະພາ​ແລະ​ລັດຖະບານ​ກຳປູ​ເຈຍ​ຈະ​ລົງ​ເລິກ​ແລະ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​​ເຊີດ​ຊູ​ມິດຕະພາບ​ກຳປູ​ເຈຍ-ຈີນ​ທີ່​​ເປັນ​ມູນ​ເຊື້ອ​ໃຫ້​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ​ແລະ​ສືບ​ທອດ​ຕະຫຼອດ​ໄປ​ທຸກ​ເຊັ່ນ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ