ໄລຍະບຸນ​ກຸດ​ຈີນ 2017 ຄາດ​ວ່າ​ຈະ​ມີ​ນັກ​ນ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ກວ່າ 6 ລ້ານ​ເທື່ອ​ຄົນ
2017-01-21 14:51:44  cri 
ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 20 ມັງກອນ​ນີ້​ວ່າ: ນັກ​ທ່ອງ​ທ່ຽວ​ຈີນທີ່​ເດີນທາງ​ໄປ​ທ່ຽວ​ຕ່າງປະ​ເທດ​ໃນໄລຍະ​ບຸນ​ກຸດ​ຈີນ 2017 ນີ້ຄາດ​ວ່າ​ຈະ​ຫຼາຍ​ກວ່າ 6 ລ້ານ​ເທື່ອ​ຄົນ ທັງ​ນີ້​ຈະເຮັດ​ໃຫ້​ຍາມບຸນ​ກຸດ​ຈີນ​ກາຍ​ເປັນ "ສັບປະດາ​ຄຳ" ຂອງ​​ໂລກ. ນອກ​ນີ້, ສູນ​ຂໍ້​ມູນອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ຄາດ​ຄະ​ເນ​ວ່າ: ບຸນ​ກຸດ​ຈີນ 2017 ຈະ​​ເປັນ​ບຸນ​ກຸດ​ຈີນ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ອອກ​ເດີນທາງ​ໄປ​ທ່ຽວ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດສາດຈີນ ​ໂດຍ​ຕະຫຼາດ​ທ່ອງທ່ຽວ​ໃນໄລຍະ​ພັກ​ບຸນ​ກຸດ​ຈີນ​ປີ​ນີ້​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 343 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ​13,6%​ເມື່ອ​ທຽບ​ໃສ່ໄລຍະບຸນ​ກຸດ​ຈີນປີຜ່ານມາ.

ນອກ​ນີ້, ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ພິທີ​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ 20 ມັງກອນ​ນີ້​ໂດຍ​ເປີດ​ເຜີຍ​ຜົນ​ການ​ສຳ​ຫຼວດ​ເຈດ​ຕະນາການ​ທ່ອງ​ທ່ຽວຂອງ​ປະຊາຊົນ​ຈີນ(ບໍ່​ລວມທັງ​ປະຊາຊົນ​ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນ)​ໃນ 60 ຕົວ​ເມືອງ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ໄຕ​ມາດ​ທີ​ໜຶ່ງ​ຂອງ​ປີ​ນີ້, ປະຊາຊົນ​ຈີນ 82% ມີ​ເຈດ​ຕະນາ​​ອອກ​ເດີນທາງ​ໄປ​ທ່ອງທ່ຽວ ​​ໃນ​ນີ້,​ເກືອບ​ເຄິ່ງໜຶ່ງ​ເລືອກ​ໄປ​ທ່ຽວ​ໃນ​ໄລຍະ​ບຸນ​ກຸດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ