ໄທ​ຈະ​ຈັດ​ກິດຈະກຳ​ສະຫຼອງ​ບຸນ​ກຸດ​ຈີນ
2017-01-21 16:51:08  cri 
​ໃນ​​ໄລຍະ​ບຸນ​ກຸດ​ຈີນ​ຕາມ​ຈັນທະຄະຕິ​ຈີນ, ຫຼາຍ​ທ້ອງ​ຖິ່ນ​ຂອງ​ໄທ​ຈະ​ຈັດ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ​ເພື່ອ​ຕ້ອນຮັບ​ກຸດ​ຈີນ​ທີ່​ຈະ​ມາ​ເຖິງ.

ທັງ​ນີ້ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ໄທ​ຈະ​ຈັດ​ກິດຈະກຳ​ສະຫຼອງ​ບຸນ​ກຸດ​ຈີນ​ຢູ່​ສວນສາທາລະນະ​ລົມພິນີ ​ໃຈກາງ​ນະຄອນຫຼວງບາງກອກ​ລະຫວ່າງ​ວັນ​ທີ 25 -29 ມັງກອນ​ນີ້ ​ເຊິ່ງນອກຈາກ​ມີ​ການສະ​ແດງ​ວັດທະນະທຳ​ຕ່າງໆ​ເປັນ​ຕົ້ນ​ກາຍຍະ​ສິນ,ການ​ຟ້ອນ​​ເຕັ້ນ,ຮ້ອງ​ເພງ​ແລະ​ກັງ​ຟູ​ຄື​ດັ່ງ​ທຸກ​ປີຜ່ານມາ​ແລ້ວ, ກິດຈະກຳ​ປີ​ນີ້​ຈະ​ເນັ້ນ​ໜັກ​ອາຫານ​ຈີນ​ໂດຍ​ພໍ່ຄົວ​ຈາກ​ຮ້ານ​ອາຫານ​ທີ່​ມີ​ຊື່​ສຽງ 20 ​ແຫ່ງ​ຈາກ​ນະຄອນຫຼວງປັກ​ກິ່ງ ສປ ຈີນ​ຈະ​ສະ​ແດງ​ສີມື​​ເຮັດ​ໝີ່,​ເຂົ້າໜົມ​ເປັນ​ເທື່ອ​ທຳ​ອິດ​ເພື່ອ​​ໃຫ້​ຜູ້​ຊົມ​ຈະ​ໄດ້​ຊິ​ມອາຫານ​​ແຊບໆ​ແບບຈີນ. ນອກ​ນີ້, ຢູ່ 8 ​ເຂດ​ໃນ​ທົ່ວ​ປະ​ເທດ​ໄທ​​ລວມທັງ​ຊຽງ​​ໃໝ່,ພູ​ເກັດ​ຍັງ​ຈະ​ຈັດ​ກິດຈະກຳ​ທີ່​ມີ​ຫຼາກ​ຫຼາຍ​ສີສັນ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ.

ທ່ານ​ຍຸດທະ​ສັກ ສະສີ​ປຣະພາ ຫົວໜ້າ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ຢືນຢັນ​ວ່າ​ປີ​ນີ້​ເປັນ​ປີ​ຄົບຮອບ 42 ປີ​ຂອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນທາງ​ການ​ທູດ​​ໄທ-ຈີນ ທັງ​ເປັນ​ປີ​ທີ 13 ທີ່​ໄທ​ຈັດ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ​ບຸນ​ກຸດ​ຈີນ ​ແລະ​ສຳລັບກິດ​ຈະ​ກຳ​ປີ​ນີ້​ຈະມີ​ເອກະລັກ​ພິ​ເສດ​ແລະ​ສ້າງ​ຄວາມ​ປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ