ທ່ານ​ໂດ​ນັນ ທຣຳ ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ປະທານາທິບໍດີ​ອາ​ເມ​ລິ​ກາ
2017-01-21 14:26:40  cri 
ທ່ານ​ໂດ​ນັນ ທຣຳ,​ ຈາກພັກ​ຮີພັບບຼີກັນ, ຜູ້​ຊະນະ​ການ​ເລືອກ​ຕັ້ງປະທານ​າທິບໍດີ​ອາ​ເມ​ລິ​ກາ​ໄດ້​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​​ປະທານາທິບໍດີອາ​ເມ​ລິ​ກາ​ຊຸດ​ທີ 45 ​ໃນ​ພິທີ​ຂຶ້ນ​ຮັບຕຳ​ແໜ່​ງທີ່​ຈັດ​ຂຶ້ນ​ຢູ່​ລັດຖະສະພາ​ທີ່​ຫໍນະຄອນຫຼວງ​ວໍ​ຊິງ​ຕັນ​ໃນ​ວັນ​ທີ 20 ມັງກອນ​ນີ້.

ທ່ານ​ທຣຳ​ກ່າວ​ວ່າ,​ ນະ​ໂຍບາຍ​ການ​ຄ້າ, ພາສີ,​ ຊາວ​ອົບ​ພະຍົບ​ແລະ​ການ​ຕ່າງປະ​ເທດ​ທີ່​ລັດຖະບານ​ຕົນ​ສະ​ເໜີ​ອອກ​ນັ້ນ​ລ້ວນ​ແຕ່​ຈະ​ສຸ​ມ​ໃສ່​ເຮັດ​ໃຫ້ກຳມະກອນ​ແລະ​ຄອບຄົວ​ຊາວອາ​ເມ​ລິ​ກາ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ຂະນະ​ທີ່ "ການຈັດ​ຊື້​ຜະລິດ​ຕະພັນ​ອາ​ເມ​ລິ​ກາ" ​ແລະ "ການຈ້າງ​ຄົນ​ອາ​ເມ​ລິ​ກາ" ຈະ​ກາຍ​ເປັນ​ສອງ​ຫຼັກການ​ໃຫຍ່​ຂອງ​ຕົນ​ໃນ​ການ​​ບໍລິຫານປະ​ເທດ.

ຂະນະ​ດຽວ​ກັນ, ທ່ານ​ທຣຳຍັງ​ກ່າວ​ຕື່ມ​ວ່າ​ຕົນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ແມ່ນ​ໄຊ​ຊະນະ​ຂອງ​ປະຊາຊົນ, ​ແລະ​ຕິຕຽນ​ວົງ​ການ​ການ​ເມືອງ​ຂອງ​ວໍ​ຊິງ​ຕັນ​ເບິ່ງ​ຂ້າມຄວາມ​ລຳບາກ​ຂອງ​ປະຊາຊົນ​ໃນ​ໄລຍະ​ດົນ​ນານ​ມາ​ນີ້.
ມື້​ດຽວ​ກັນ,​ ທ່ານ​ໄມ​​ຄໍ ​​ເປ​ນສ໌ ກໍ​ໄດ້​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານາທິບໍດີ​ອາ​ເມລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ